ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ: ບໍ່ຫົວຊາຕໍ່ ສະພາບການໂຄວິດ - 19, ອາຊຽນ ຕັດສິນໃຈຊຸກຍູ້ໂຄງການດໍາເນີນງານບຸລິມະສິດ

      ກອງປະຊຸມຈັດກຽມອອນລາຍເຈົ້າໜ້າທີ່ອາວຸໂສ ອາຊຽນ ຖືກດໍາເນີນໃນຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ອັນໄດ້ເປີດສາກໃຫ້ແກ່ສັບປະດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ  (ພາບ: baoquocte.vn)
      ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ບັນດາບັນຫາຕົ້ນຕໍຂອງ ອາຊຽນ, ລວມທັງການກໍ່ສ້າງປະຊາຄົມ ອາຊຽນ ພາຍຫຼັງ ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3, ສາຍພົວພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ເຈລະຈາ, ພ້ອມກັບບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມອື່ນໆຂອງ ອາຊຽນ ໃນປີ ຫວຽດນາມ ເປັນປະທານ, ພິເສດ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 36 ທີ່ຈະດໍາເນີນໃນວັນທີ 26 ມິຖຸນາ ຈະມາເຖິງນີ້. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ຢັ້ງຢືນວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຂອງໂລກລະບາດ, ບັນດາປະເທດ ອາຊຽນ ຈະບໍ່ພາດໂຄງການດໍາເນີນງານຂອງຕົນ.
        “ເຖິງວ່າໃນສະພາບການໂລກລະບາດໂຄວິດ -  19 ພວມສືບຕໍ່ມີການຜັນແປຢ່າງຮ້າຍແຮງໃນໂລກ ກໍຄືໃນພາກພື້ນ ອາຊຽນ ແລ້ວກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ບັນດາການເຄື່ອນໄຫວຈັດຕັ້ງກອງປະຊຸມໂດຍກົງຕ່າງໆກໍຕາມ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ໂລກລະບາດໂຄວິດ - 19 ຈະບໍ່ສົ່ງຜົນສະທ້ອນເຖິງຄວາມຕັດສິນໃຈຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈຜ່ານຜ່າໄລຍະອັນຫຍຸ້ງຍາກນີ້ ເພື່ອສືບຕໍ່ມຸ່ງໄປສູ່ບັນດາເປົ້າໝາຍ ແລະ ບຸລິມະສິດລວມຂອງ ອາຊຽນ”.
 (ແຫຼ່ງຄັດຈາກ VOV)


top