ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຈະສຸມໃສ່ປຶກສາຫາລືບັນດາບັນຫາພາຍໃນກຸ່ມ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຄາດວ່າ ຈະຈັດຂຶ້ນໃນເດືອນ ກັນຍາ ຈະມາເຖິງຢູ່ ອິນໂດເນເຊຍ ຈະດຶງດູດການເຂົ້າຮ່ວມຂອງບັນດາການນຳ ອາຊຽນ.
    ການໂຄສະນາປີປະທານ ອາຊຽນ ຢູ່ອິນໂດເນເຊຍ

ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈະດຳເນີນແຕ່ວັນທີ 10 – 11 ພຶດສະພາ ຢູ່ເທດສະບານ Labuan Bajo, ປະເທດ ອິນໂດເນເຊຍ.

        ໃນບົດລາຍງານອອກວັນທີ 29 ເມສາ ແລ້ວ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈະສຸມໃສ່ປຶກສາຫາລືບັນດາບັນຫາພາຍໃນກຸ່ມ, ກໍ່ຄືບັນດາບັນຫາສຳຄັນພາຍໃນ ແລະ ນອກພາກພື້ນ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຄາດວ່າ ຈະຈັດຂຶ້ນໃນເດືອນ ກັນຍາ ຈະມາເຖິງຢູ່ ອິນໂດເນເຊຍ ຈະດຶງດູດການເຂົ້າຮ່ວມຂອງບັນດາການນຳ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືເພື່ອແນໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາປະເທດ ຄູ່ຮ່ວມມືພາຍນອກ.

        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ມີກອງປະຊຸມຂັ້ນສູງ 8 ຄັ້ງ, ໃນນັ້ນ, ທ່ານ Joko Widodo, ປະທານາທິບໍດີ ອິນໂດເນເຊຍ  ຈະເປັນປະທານກອງປະຊຸມ 7 ຄັ້ງ, ລວມມີບັນດາກອງປະຊຸມຄົບຄະນະ ແລະ ກອງປະຊຸມວົງແຄບ.  ກອງປະຊຸມສຸດຍອດຍັງເຫຼືອແມ່ນກອງປະຊຸມຂັ້ນສູງຮ່ວມມືພາກພື້ນເຕີບໂຕ ອາຊຽນ ຕາເວັນອອກ Brunei Darussalam-Indonesia-Malaysia-Philippines (BIMP-EAGA) ຄັ້ງທີ 15 ຈະໂດຍນາຍົກລັດຖະມົນຕີ ມາເລເຊຍ ເປັນປະທານ ບົນພື້ນຖານໝູນວຽນ.

 


top