ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ບັນດາປະເທດ ອາຊຽນ ສິ້ນສຸດວິວັດການປຶກສາຫາລືກ່ຽວກັບສັນຍາ RCEP

ບັນດາປະເທດ ອາຊຽນ ໄດ້ສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບສັນຍາສະບັບດັ່ງກ່າວ, ແຕ່ອາດຈະຍັງມີຫຼາຍປະເທດມີທັດສະນະ ແຕກຕ່າງກັນ ເມື່ອຖືວ່າ ເນື້ອໃນຂອງສັນຍາສະບັບດ່ັງກ່າວ ຍັງບໍ່ທັນຈະແຈ້ງເທື່ອ.

ກອງປະຊຸມລັດຖະມົນຕີກ່ຽວກັບສັນຍາ  RCEP (ພາບ: TTXVN)

ຕອນບ່າຍວັນທີ 3 ພະຈິກ, ຕອບສໍາພາດຕໍ່ສື່ມວນຊົນ ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ອາຊຽນ - ຈີນ, ອາຊຽນ - ອິນເດຍ ຢູ່ ປະເທດໄທ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາສາກົນ ມາເລເຊຍ Darell Leiking ໃຫ້ຮູ້ວ່າ ບັນດາປະເທດ ອາຊຽນ ໄດ້ສິ້ນສຸດການປຶກສາຫາລືກ່ຽວກັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ຕາມທ່ານ Darell Leiking ແລ້ວ, ບັນດາປະເທດ ເຂົ້າຮ່ວມ RCEP ໄດ້ປືກສາຫາລືກ່ຽວກັບສັນຍາດັ່ງກ່າວ, ແຕ່ໄດ້ເຕື້ອງເຖິງພຽງແຕ່ບັນດາເນື້ອໃນໂດຍພື້ນຖານເທົ່ານັ້ນ ເພາະວ່າຍັງມີຫຼາຍບັນຫາລະອຽດຍັງບໍ່ທັນໄດ້ເຫັນດີເປັນເອກະພາບກັນເທື່ອ. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ ປັດຈຸບັນ, ບັນດາປະເທດ ອາຊຽນ ໄດ້ສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບສັນຍາສະບັບດັ່ງກ່າວ, ແຕ່ອາດຈະຍັງມີຫຼາຍປະເທດມີທັດສະນະ ແຕກຕ່າງກັນ ເມື່ອຖືວ່າ ເນື້ອໃນຂອງສັນຍາສະບັບດ່ັງກ່າວ ຍັງບໍ່ທັນຈະແຈ້ງເທື່ອ.
(ແຫຼ່ງຄັດຈາກ VOV)

top