ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ 42 ເຫັນດີເປັນເອກະພາບການກຳນົດທິດສຳຄັນຫຼາຍຢ່າງ

ວັນທີ 11 ພຶດສະພາ, ພາຍຫຼັງການເຮັດວຽກຢ່າງຮີບດ່ວນມາເປັນເວລາ 3 ວັນ, ດ້ວຍການຈັດວາລະປະຊຸມສຸດຍອດ 8 ຄັ້ງ ແລະ ການພົບປະສອງຝ່າຍຫຼາຍຄັ້ງ, ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ໄດ້ອັດລົງຢູ່ Labuan Bajo ຂອງປະເທດ ອິນໂດເນເຊຍ ດ້ວຍເອກະສານຫຼາຍສະບັບໄດ້ຮັບຮອງເອົາ, ກ່ຽວຂ້ອງເຖິງ 3 ເສົາຄ້ຳຕົ້ນຕໍນັ້ນແມ່ນ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມຂອງ ປະຊາຄົມ ອາຊຽນ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42

ຕາມທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ກອງປະຊຸມໄດ້ຝາກຫຼາຍສານໃຫຍ່, ເປັນເອກະພາບຫຼາຍການກຳນົດທິດສຳຄັນໃນການຮ່ວມມື ອາຊຽນ ໃນປີ 2023 ແລະ ຊຸມປີຕໍ່ໄປ. ຫວຽດນາມ ສືບຕໍ່ສະແດງບົດບາດແມ່ນສະມາຊິກຕັ້ງໜ້າ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຄັ້ງນີ້.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄດ້ສະແດງຄວາມຕັດສິນໃຈຂອງບັນດາປະເທດສະມາຊິກ ພ້ອມກັນຮ່ວມແຮງຮ່ວມໃຈຊຸກຍູ້ການຟື້ນຟູພື້ນຖານເສດຖະກິດຕາມທິດຍືນຍົງ ແລະ ກວມລວມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ

ຜົນສຳເລັດໃນການເພີ່ມທະວີການຮ່ວມມືພາກພື້ນ

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ກອງປະຊຸມບັນລຸໄດ້ຫຼາຍໝາກຜົນສຳຄັນ. ທີໜຶ່ງແມ່ນ, ນ້ຳໃຈສາມັກຄີ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເຈົ້າຕົນເອງໃນຍຸດທະສາດ ແມ່ນທັດສະນະທີ່ໄດ້ສ່ອງແສງໃຫ້ເຫັນຢ່າງແຈ້ງທີ່ສຸດໃນບົດປາໄສຂອງບັນດາການນຳ ອາຊຽນ. ບັນດາການນຳລ້ວນແຕ່ໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ນັ້ນແມ່ນກຳລັງແຮງ, ກຳລັງໜູນ ແລະ ກໍ່ແມ່ນທິດນຳເພື່ອໃຫ້ ອາຊຽນ ຮັກສາທີ່ຕັ້ງ, ບົດບາດ ແລະ ພາບພົດໃນພາກພື້ນ ແລະ ຢູ່ໃນໂລກ. ອາຊຽນ ຈະແມ່ນກຳລັງໃຈກາງໃນວິວັດການປັບປຸງສັນຕິພາບ, ຮັກສາສະຖຽນລະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍິ່ງກ່ວານັ້ນແມ່ນທະວີບ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ.

ທີສອງ, ທັດສະນະຂອງ ອາຊຽນ ມີເງື່ອນໄຂຢ່າງພຽງພໍ ເພື່ອກາຍເປັນຈຸດສຸມຂອງການເຕີບໂຕ ກໍ່ແມ່ນບັນຫາທີ່ບັນດາປະເທດຍົກສູງ. ເສດຖະກິດທົ່ວໂລກບໍ່ໝັ້ນທ່ຽງ, ພູມສາດການເມືອງມີການຜັນແປ, ສິ່ງທ້າທາຍ, ຄວາມຫຍຸ້ງຍາກສະຫຼັບສັບຊ້ອນກັນ ແຕ່ ອາຊຽນ ຍັງຄົງບັນລຸການເຕີບໂຕໃນລະດັບສູງ, ເຖິງ 5,5% ໃນປີ 2022, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ 5 ໃນໂລກ.

ທີສາມ, ຜົນປະໂຫຍດຂອງປະຊາຊົນໄດ້ຮັບຖືວ່າແມ່ນເປົ້າໝາຍສູງສຸດ, ແມ່ນຈຸດສຸມຂອງປະຊາຄົມ ອາຊຽນ. ບັນດາເນື້ອໃນໄດ້ນຳມາປຶກສາຫາລື, ບັນດາເອກະສານຂອງກອງປະຊຸມ ອາຊຽນ ຄັ້ງນີ້ລ້ວນແຕ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງປະຊາຊົນ, ມຸ່ງໄປເຖິງການພັດທະນາທີ່ເທົ່າທຽມກັນ, ຍືນຍົງ ແລະ ກວມລວມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາຖະແຫຼງການຂອງການນຳຂັ້ນສູງ, ທັງໝົດເຫລົ່ານັ້ນແມ່ນແທດຈິງ, ມຸ່ງໄປເຖິງປະຊາຄົມຄື: ແຮງງານເຄື່ອນຍ້າຍ, ເຄືອຂ່າຍພາຍໃນໝູ່ບ້ານ, ການພັດທະນາເຂດຊົນນະບົດ…

ໃນໄລຍະດຳເນີນກອງປະຊຸມ, ບັນດາການນຳກໍ່ໄດ້ສະຫງວນເວລາຮັບຟັງຄຳເຫັນຂອງຫຼາຍພາກສ່ວນຕ່າງໆໃນອາຊຽນ ຄື: ສະພາແຫ່ງຊາດ, ຊາວໜຸ່ມ, ວິສາຫະກິດ ແລະ ກຸ່ມສະເພາະກິດຂັ້ນສູງກ່ຽວກັບວິໄສທັດຂອງ ອາຊຽນ ຫຼັງປີ 2025. ບັນດາບົດຄຳເຫັນໄດ້ສຸມໃສ່, ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມແຮງຮ່ວມໃຈສ້າງປະຊາຄົມ ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ ຢ່າງແທ້ຈິງ.

ບັນດາສານຂອງ ຫວຽດນາມ ທີ່ກອງປະຊຸມ

ກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປຍັງ Labuan Bajo, ປະເທດ ອິນໂດເນເຊຍ ດ້ວຍບັນດາສານທີ່ສຳຄັນ. ນັ້ນແມ່ນນ້ຳໃຈສາມັກຄີ ອາຊຽນ, ຄວາມຕັດສິນໃຈປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ພາລະກິດແຫ່ງການສ້າງສາປະຊາຄົມ ອາຊຽນ ແລະ ກໍ່ແມ່ນການຢັ້ງຢືນແນວທາງສະເໝີຕົ້ນສະເໝີປາຍ, ແຜນນະໂຍບາຍເປັນເອກະພາບຂອງພັກ ແລະ ລັດ ຫວຽດນາມ, ຖື ອາຊຽນ ແມ່ນພາກສ່ວນສຳຄັນ, ທີ່ບໍ່ອາດຕັດແຍກອອກຈາກນະໂຍບາຍການພົວພັນຕ່າງປະເທດໄດ້.

ຕາມທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລ້ວ, ບັນດາບົດປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລ້ວນແຕ່ສົ່ງສານກ່ຽວກັບການຄົ້ນຫາແນວຄວາມຄິດ, ປຸກລຸກການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນແຫຼ່ງກຳລັງ ໃຫ້ແກ່ການພັດທະນາຂອງປະຊາຄົມ ອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກຫຼາຍຂໍ້ສະເໜີທີ່ກອງປະຊຸມຄັ້ງຕ່າງໆ. ທີໜຶ່ງ, ຄວາມສາມັກຄີ, ເປັນເອກະພາບ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເສີມຂະຫຍາຍບົດບາດໃຈກາງຢ່າງແຮງ ແມ່ນບັນດາຄຸນຄ່າພື້ນຖານສ້າງຜົນສຳເລັດຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງ ວ່າ ອາຊຽນ ຕ້ອງແມ່ນຂົວເຊື່ອມຕໍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີກຳລັງປະສານດັດປັບເຂົ້າກັບສາຍພົວພັນກັບບັນດາປະເທດໃຫຍ່; ສ້າງ ແລະ ຊຸກຍູ້ວັດທະນະທຳ ໂອ້ລົມສົນທະນາ, ຮ່ວມມືທາບທາມຄວາມເຫັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ; ສົມທົບກັນຮັບມືກັບບັນດາສິ່ງທ້າທາຍລວມ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ

ທີສອງ, ອາຊຽນ ຄວນຊຸກຍູ້ການເຊື່ອມຕໍ່ພາກພື້ນໃນທັງ 3 ດ້ານ: ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ມະນຸດ ເພື່ອແກ້ໄຂຂໍ້ຕິດຂັດໃນການຮ່ວມມື ແລະ ປຸກລຸກ ຄວາມສາມາດບົ່ມຊ້ອນໃນການພັດທະນາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ນີ້ແມ່ນ 3 ຂອດບຸກທະລຸຍຸດທະສາດ ເພື່ອສ້າງກຳລັງໜູນໃຫ້ແກ່ການພັດທະນາຢ່າງແຂງແຮງກ່ວາຂອງ ອາຊຽນ ໃນບັນດາທົດສະວັດຈະມາເຖິງ. ທີສາມແມ່ນ, ດ້ວຍສານທີ່ວ່າ ຕິດແທດນ້ຳໃຈຫຼັກແຫຼ່ງຂອງ ອາຊຽນ ແມ່ນຖື ປະຊາຊົນເປັນໃຈກາງ, ເປົ້າໝາຍ ແລະ ກຳລັງໜູນຂອງການສ້າງປະຊາຄົມນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ອາຊຽນ ຄວນເອົາໃຈໃສ່ຊຸກຍູ້ຄວາມມານະພະຍາຍາມຮັດແຄບຊ່ອງຫວ່າງຂອງການພັດທະນາ, ພິເສດແມ່ນຢູ່ເຂດ ຫ່າງໄກສອກຫຼີກ ແລະ ເຂດອະນຸພາກພື້ນ. ການຮ່ວມມືອະນຸພາກພື້ນ ຕ້ອງໄດ້ຕິດພັນກັບບັນດາໂຄງການຮ່ວມມືລວມຂອງປະຊາຄົມ ອາຊຽນ ໃນທຸກຂົງເຂດ, ເພື່ອແນໃສ່ເປີດພື້ນທີ່ແຫ່ງການພັດທະນາທີ່ກ້ວາງໃຫຍ່ກ່ວາ, ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີງາມກ່ວາໃຫ້ແກ່ປະຊາຊົນທຸກຄົນ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ດ້ວຍການປະກອບສ່ວນສຳຄັນຂອງ ອາຂຽນ, ສືບຕໍ່ຢັ້ງຢືນພະລັງຊີວິດຂອງ ອາຊຽນ ພາຍຫຼັງ 55 ປີແຫ່ງການຮ່ວມມືບັນລຸຜົນສຳເລັດ. ຖະແຫຼງການຮ່ວມຂອງບັນດາການນຳ ກ່ຽວກັບວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025 ມີວິໄສທັດທີ່ກ້ວ່ງໄກ, ເຂັ້ມແຂງ, ຮອບດ້ານ, ກວມລວມ ແລະ ມຸ່ງໄປເຖິງອະນາຄົດ, ຈະແກ້ໄຂ ບັນດາສິ່ງທ້າທາຍ ແລະ ທ່າອ່ຽງພາຍໃນ ແລະ ນອກພາກພື້ນໄດ້ໃນ 20 ປີຈະມາເຖິງ./.


top