ແຕ່ວັນທີ 17 – 19 ມິຖຸນາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ລັດເຊຍ - ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ນະຄອນ Kazan, ສະຫະພັນ ລັດເຊຍ.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ (VOV), ທ່ານຮອງສາດສະດາຈານ ນາງ Ekaterina Koldunova, ຫົວໜ້າສູນ ອາຊຽນ, ສະຖາບັນການພົວພັນສາກົນແຫ່ງຊາດ ມົດສະກູ (MGIMO), ກະຊວງການຕ່າງປະເທດ ລັດເຊຍ, ເນັ້ນໜັກວ່າ ການເຂົ້າຮ່ວມກອງປະຊຸມຂອງ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະແດງໃຫ້ເຫັນບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ໃນການພົວພັນ ລັດເຊຍ - ອາຊຽນ, ເປີດໂອກາດຊຸກຍູ້ໂຄງການດຳເນີນງານ 2 ຝ່າຍ ລັດເຊຍ - ຫວຽດນາມ ແລະ ການຮ່ວມມືຢູ່ພາກພື້ນ.
ທ່ານນາງກໍ່ໃຫ້ຮູ້ວ່າ ລັດເຊຍ ແລະ ຫວຽດນາມ ໄດ້ສ້າງກົນໄກໂອ້ລົມສົນທະນາຢູ່ລະດັບສູງສຸດຢ່າງມີປະສິດທິຜົນ. ໃນສະພາບການນັ້ນ, ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເຫດການຄັ້ງນີ້ ກໍ່ຈະເປັນການສ້າງໂອກາດເພື່ອໃຫ້ບັນດາການນຳ ລັດເຊຍ ແລກປ່ຽນໂດຍກົງກັບຜູ້ນຳໜ້າລັດຖະບານ ຫວຽດນາມ ຕື່ມອີກ. ຫວຽດນາມ ມີສາຍພົວພັນທີ່ເປັນມູນເຊື້ອກັບ ລັດເຊຍ, ພ້ອມກັນນັ້ນ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ. ສະນັ້ນ, ບົດບາດຂອງ ຫວຽດນາມ ໃນການເຊື່ອມຕໍ່, ຊຸກຍູ້ຄວາມເຂົ້າໃຈ ແລະ ເປີດກວ້າງການຮ່ວມມືລະຫວ່າງ ລັດເຊຍ ກັບ ອາຊຽນ ອາດກາຍເປັນສິ່ງສຳຄັນພິເສດໃນໄລຍະປະຈຸບັນ.