ຂ່າວສານ

ກອງປະຊຸມສຸດຍອດ G7 ໄຂຂຶ້ນຢູ່ Hiroshima, ຍີ່ປຸ່ນ

ດ້ວຍຖານະເປັນປະເທດປະທານ G7 ປີ 2023, ຍີ່ປຸ່ນ ໄດ້ຕົກລົງເລືອກເອົາ ນະຄອນ Hiroshima ເປັນປ່ອນພົບປະຂອງການນຳ G7 ແນໃສ່ສົ່ງສານກ່ຽວກັບໂລກປອດອາວຸດນິວເຄຼຍ.
ຍີ່ປຸ່ນ ໄດ້ຕົກລົງເລືອກເອົາ ນະຄອນ Hiroshima ເປັນປ່ອນພົບປະຂອງການນຳ G7 (ພາບ: AFP)

ກອງປະຊຸມສຸດຍອດປະຈຳປີກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ໄຂຂຶ້ນໃນວັນທີ 19 ພຶດສະພາ, ຢູ່ນະຄອນ Hiroshima, ປະເທດ ຍີ່ປຸ່ນ.

        ດ້ວຍຖານະເປັນປະເທດປະທານ G7 ປີ 2023, ຍີ່ປຸ່ນ ໄດ້ຕົກລົງເລືອກເອົາ ນະຄອນ Hiroshima ເປັນປ່ອນພົບປະຂອງການນຳ G7 ແນໃສ່ສົ່ງສານກ່ຽວກັບໂລກປອດອາວຸດນິວເຄຼຍ. ຈຳກັດລະດັບຜົນສະທ້ອນຂອງ ຈີນ, ຄວບຄຸມການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນ 2 ໃນບັນດາຫົວຂໍ້ໃຫຍ່ເຊິ່ງໄດ້ນຳມາປຶກສາຫາລືທີ່ກອງປະຊຸມສຸດຍອດ G7 ຄັ້ງນີ້.

        ນອກນັ້ນ, ຄາດວ່າ ບັນດາການນຳ G7 ຈະປຶກສາຫລືບັນດາບັນຫາຮ້ອນເຮັ່ງໃນທົ່ວໂລກ, ຄື: ເຕັກໂນໂລຊີປັນຍາປະດິດ, ເງິນເອເລັກໂຕນິກ, ຕີລາຄາຄືນລະບົບສະໜອງ ແລະ ຊຸກຍູ້ພະລັງງານສະອາດ. ພິເສດ, ປີ 2023 ປະເທດເຈົ້າພາບ ຍີ່ປຸ່ນ ໄດ້ເຊີນບັນດາການນຳ ອົດສະຕາລີ, ບຣາຊິນ, ອິນເດຍ, ອິນໂດເຍເຊຍ, ສ.ເກົາຫຼີ, ຫວຽດນາມ… ເຂົ້າຮ່ວມກອງປະຊຸມ.


top