ຂ່າວສານ

ກອງປະຊຸມສຸດຍອດ G20: ບັນດາປະເທດຮຽກຮ້ອງການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19

      ການນຳບັນດາປະເທດໄດ້ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນໃນການຮັບມືກັບໂລກລະບາດໂຄວິດ-19, ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງບັນຫາແຈກຢາຍວັກຊິນກັນພະຍາດ.

ການນຳບັນດາປະເທດໄດ້ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນໃນການຮັບມືກັບໂລກລະບາດໂຄວິດ-19
(ພາບ: AFP/TTXVN)
      ວັນທີ 21 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທາງອອນລາຍກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ການນຳບັນດາປະເທດໄດ້ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນໃນການຮັບມືກັບໂລກລະບາດໂຄວິດ-19, ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງບັນຫາແຈກຢາຍວັກຊິນກັນພະຍາດ.
ດ້ວຍຖານະບົດບາດປະທານກອງປະຊຸມ, ເຈົ້າຊີວິດຊະອຸດີ ອາຣາເບຍ Salman bin Abdulaziz, ໄດ້ຮຽກຮ້ອງໃຫ້ການນຳບັນດາປະເທດG20 ຄວນມຸ່ງໄປເຖິງເລື່ອງສະໜອງວັກຊິນຢ່າງມີຄວາມຍຸຕິທຳ ແລະ ມີລາຄາທີ່ເໝາະສົມ. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຢືນຢັນວ່າ, ມີແຕ່ຄວາມມານະພະຍາຍາມຂອງທົ່ວໂລກ, ໂລກຈຶ່ງສາມາດຜ່ານຜ່າບັນດາສິ່ງທ້າທາຍໃຫຍ່ຄືໂລກລະບາດໂຄວິດ-19.ສ່ວນທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຖືວ່າ, ຄວນ “ສົ່ງສານຢ່າງຈະແຈ້ງ” ວ່າ ກຸ່ມນີ້ຈະນຳໜ້າໃນການຕ້ານໂລກລະບາດ. ບົນຈິດໃຈສະໜັບສະໜູນເພີ່ມທະວີການຮ່ວມມືສາກົນໃນການຮັບມືກັບໂລກລະບາດ, ທ່ານປະທານາທິບໍດີລັດເຊຍ Vladimir Putin ສະເໜີສະໜອງວັກຊິນ Sputnik V ຂອງປະເທດນີ້ໃຫ້ແກ່ບັນດາປະເທດ.
 (ແຫຼ່ງຄັດຈາກ VOV)
 


top