ຂ່າວສານ

ກອງປະຊຸມສື່ມວນຊົນສາກົນ SEA Games 31 ຄັ້ງທີ 2

ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທົດສອບ, ຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ວຽກງານກະກຽມ, ການຈັດຕັ້ງ SEA Games 31 ໄດ້ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ, ກໍຄືຮັບປະກັນຄວາມຮຽກຮ້ອງທາງດ້ານຄຸນນະພາບຂອງງານມະຫາກຳກິລາທີ່ມີລະດັບສາກົນນີ້.
  ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟ້າມແອັງຕວນ (ພາບ: tdtt.gov.vn)  

 ຕອນບ່າຍວັນທີ 09 ພຶດສະພາ, ກອງປະຊຸມສື່ມວນຊົນສາກົນ SEA Games 31 ຄັ້ງທີ 2 ໄດ້ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງນັກຂ່າວຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟ້າມແອັງຕວນ, ຫົວໜ້າອະນຸກຳມະການຖະແຫຼງຂ່າວ ແລະ ສື່ສານ, ເນັ້ນໜັກວ່າ ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທົດສອບ, ຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ວຽກງານກະກຽມ, ການຈັດຕັ້ງ SEA Games 31 ໄດ້ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ, ກໍຄືຮັບປະກັນຄວາມຮຽກຮ້ອງທາງດ້ານຄຸນນະພາບຂອງງານມະຫາກຳກິລາທີ່ມີລະດັບສາກົນນີ້.

ທີ່ກອງປະຊຸມ, ທ່ານນາງ ຮ່າເລິມຕູກີ່ງ, ຫົວໜ້າຝ່າຍການສື່ສານ Google ອາຊີ - ປາຊີຟິກ, ຮັບຜິດຊອບຢູ່ ຫວຽດນາມ, ໃຫ້ຮູ້ວ່າ ນີ້ແມ່ນງານ SEA Games ທຳອິດທີ່ Google ສ້າງໂປແຫຼມ google trends (ທ່າອ່ຽງຄົ້ນຫາເນື້ອໃນກ່ຽວກັບ SEA Games 31). ກ່ອນນີ້, ມີພຽງບັນດາເຫດການກິລາໃຫຍ່ຄື Olympic ຈຶ່ງໄດ້ສ້າງໃນໂປຼແກຼມຄົ້ນຫາທ່າອ່ຽງທີ່ມີຊື່ສຽງນີ້.


top