ຂ່າວສານ

ກອງປະຊຸມສຳມະນາສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງຄະນະກຳມະການຊາຍແດນແຫ່ງຊາດ

      ວັນທີ 16 ຕຸລາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງຄະນະກຳມະການຊາຍແດນແຫ່ງຊາດ (06/10/1975 – 06/10/2020). 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ (ພາບ: VGP)
      ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເນັ້ນໜັກວ່າ ຕໍ່ໜ້າສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫລາຍຢ່າງ, ມີສິ່ງທ້າທາຍໃຫຍ່ຫລວງຕໍ່ໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ, ຄະນະກຳມະການຊາຍແດນແຫ່ງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ບັນດາຜົນງານທີ່ບັນລຸໄດ້ໃນ 45 ປີຜ່ານມາ, ປະຕິບັດຕາມການຊີ້ນຳນຳພາຂອງພັກ, ລັດຢ່າງໃກ້ຊິດ, ສືບຕໍ່ຜັນຂະຫຍາຍວຽກງານກ່ຽວກັບຊາຍແດນ, ຜືນແຜ່ນດິນຢ່າງມີປະສິດທິຜົນ ຊຸກຍູ້ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກັບບັນດາປະເທດທີ່ກ່ຽວຂ້ອງດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ.
(ແຫຼ່ງຄັດຈາກ VOV)


top