ຂ່າວສານ

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ

      ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ“ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກຢູ່ນະຄອນ ໂຮ່ຈີມິນ.

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ
      ກ່າວຄວາມເຫັນໄຂກອງປະຊຸມສຳມະນາ, ທ່ານຮອງສາສະດາຈານ ຫງວຽນຫວູຕຸ່ງ, ຜູ້ອຳນວຍການສະຖາບັນການຕ່າງປະເທດ ຫວຽດນາມ, ຖືວ່າ, ພາຍຫຼັງການຕັດສິນຂອງສານອະນຸຍາໂຕ ຕຸລາການ, ສະພາບການຢູ່ທະເລຕາເວັນອອກໄດ້ມີການຜັນແປຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເບິ່ງ ລວມແລ້ວ ແລະ ໄລຍະຍາວຍັງວິຕົກກັງວົນວ່າອາດຈະເກີດການປະທະກັນຢູ່. ຕໍ່ໜ້າການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ທ່ານ ຫງວຽນຫວູຕຸ່ງ ຮຽກຮ້ອງບັນດານັກວິທະຍາສາດຕ້ອງໄຈ້ແຍກຢ່າງລະອຽດ ແລະ ສະເໜີບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ.
        “ບັນດານັກຮຽນຮູ້ອະທິບາຍກ່ຽວກັບບັນດາບັນຫານິຕິກຳ ແລະ ບັນດາບັນຫາພູມສາດການເມືອງ ຈະເຮັດໃຫ້ພາບພົດກ່ຽວກັບທະເລຕາເວັນອອກສົມບຸນກວ່າ. ການແລກປ່ຽນຂໍ້ມູນຂ່າວສານໄດ້ເຮັດໃຫ້ບັນດາຜູ້ແທນມີຄວາມຮັບຮູ້ບັນຫາແຈ້ງກວ່າ, ເວລານັ້ນການປະກອບຄວາມເຫັນກັບບັນດານັກວາງແຜນນະໂຍບາຍຈະມີຄວາມສົມບຸນກວ່າ. ຂ້າພະເຈົ້າຄິດວ່ານັ້ນແມ່ນຄວາມໝາຍໃຫຍ່ທີ່ສຸດ“.
        ທີ່ກອງປະຊຸມສຳມະນາ, ຜູ້ພິພາກສາ Vladimir Vladimirovich Golitsyn, ອະດີດປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລຖືວ່າ, ບົດບາດຂອງບັນດາອົງການພິພາກສາສາກົນແມ່ນປັດໃຈສຳຄັນໃຫ້ແກ່ການພັດທະນາຫຼັກການນັບຖືກົດໝາຍສາກົນ ແລະ ຄຸ້ມຄອງທະເລ.
        ກອງປະຊຸມສຳມະນາຈະປິດລົງໃນວັນທີ 28 ພະຈິກ 2017.
 (ແຫຼ່ງຄັດຈາກ VOV)

top