ຂ່າວສານ

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບ ທະເລຕາເວັນອອກ ຄັ້ງທີ 10: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາ

ວັນທີ 8 ພະຈິກ, ທີ່ນະຄອນດາໜັງ, ສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າ ທະເລຕາເວັນອອກ, ສະມາຄົມທະນາຍຄວາມ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດສາກົນ ທະເລຕາເວັນອອກ ຄັ້ງທີ 10 ດ້ວຍຫົວຂໍ້ ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາພາກພື້ນ. 
 
ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບ ທະເລຕາເວັນອອກ ຄັ້ງທີ 10 (ພາບ: qdnd.vn)

ເຂົ້າຮ່ວມກອງປະຊຸມສຳມະນາ ມີບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ບັນດາເຈົ້າໜ້າທີ່ການທູດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມສຳມະນາ ໄດ້ແບ່ງອອກເປັນ 8 ວາລະ ຕາມບັນດາຫົວຂໍ້ຄື: ທະເລຕາເວັນອອກ: ຈຸດໃຈກາງຂອງພາກພື້ນ ມະຫາສະໝຸດອິນເດຍ - ອາຊີ - ປາຊິຟິກ; ເຫດການຢູ່ ທະເລຕາເວັນອອກ: 10 ປີເບິ່ງຄືນຫຼັງ; ຫຼັກໜັ້ນ ແລະ ການຮຽກສິດຂອງແຕ່ລະຝ່າຍ: ສືບຕໍ່ ແລະ ປັບປຸງ; ບັນດາປະເທດໃຫຍ່: ກ່ຽວພັນ ຫຼື ບໍ່ກ່ຽວພັນ?; ສ້າງຕັ້ງກອງກຳລັງຢູ່ທະເລຕາເວັນອອກ; ສ້າງຄວາມເຊື່ອໝັ້ນ, ການທູດປ້ອງກັນເຫດ ແລະ ແກ້ໄຂຂໍ້ຂັດແຍ່ງ; ບັນດາປັດໄຈໃໝ່ອາດຈະສ້າງຄວາມຂາດສະຖຽນລະພາບຢູ່ທະເລຕາເວັນອອກ; ຄວາມເປັນລະບຽບຮຽບຮ້ອຍ: ສະຫຼຸບໃນອະດີດຕະການ ແລະ ກຳນົດທິດໃຫ້ແກ່ອະນາຄົດ.

ທີ່ພິທີເປີດກອງປະຊຸມ, ທ່ານ ຮສຈ.ປອ ຫງວຽນຫວູຕຸ່ງ, ຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ, ຖືວ່າບັນຫາທະເລຕາເວັນອອກ ເປັນຫົວຂໍ້ຫຼັກຂອງບັນດາປະເທດ ໃນການວາງແຜນກຳນົດນະໂຍບາຍ.

“ດ້ວຍຖານະເປັນນັກຊ່ຽວຊານ ອາດຈະຕັ້ງໜ້າວາງອອກບັນດາຂໍ້ສະເໜີແນະທີ່ເໝາະສົມ ຊ່ວຍລັດຖະບານ ບັນດາປະເທດກ່ຽວຂ້ອງ ສົມທົບກັນກະທຳ, ປັບປຸງສະພາບແວດລ້ອມດ້ານຄວາມໝັ້ນຄົງ ພັດທະນາລວມ, ໂດຍສະເພາະແມ່ນ ສືບຕໍ່ສະເໜີບັນດາມາດຕະການກໍ່ສ້າງ, ປັບປຸງ ແລະ ໝູນໃຊ້ບັນດາກົນໄກຄວາມໝັ້ນຄົງຂອງພາກພື້ນໃນການຄວບຄຸມການຂັດແຍ່ງ ແລະ ແກ້ໄຂບັນດາບັນຫາສັບສົນຢູ່ທະເລຕາເວັນອອກໂດຍສັນຕິວິທີ”.

ທີ່ບັນດາວາລະປຶກສາຫາລື, ນັກຊ່ຽວຊານ, ນັກຄົ້ນຄວ້າ ຈະສຸມໃສ່ວິເຄາະບັນດາການວາງແຜນຍຸດທະສາດ ຫຼື ທ່າອ່ຽງຢູ່ພາກພື້ນທະເລຕາເວັນອອກ, ສະເໜີບາງວິທີການແກ້ໄຂໃນໄລຍະທີ່ຈະມາເຖິງ; ຈາກນັ້ນມຸ່ງໄປສູ່ສະພາບແວດລ້ອມທີ່ຮັບປະກັນຄວາມໝັ້ນຄົງ ເພື່ອຮ່ວມກັນພັດທະນາຢ່າງແຂງແຮງໃນພາກພື້ນ.

(ແຫຼ່ງຄັດຈາກ VOV)



top