ຂ່າວສານ

ກອງປະຊຸມສຳມະນາ “ໄຊຊະນະເສັ້ນທາງເລກ 9 - ແຄແຊງ: ຂອບຂະໜາດ ແລະ ບົດຮຽນປະຫວັດສາດ”

      ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະເສັ້ນທາງຫລວງເລກ 9 - ແຄແຊງ (09/07/1968 – 09/07/2018) ຢູ່ແຂວງ ເງະອານ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາ “ໄຊຊະນະເສັ້ນທາງຫລວງເລກ 9 - ແຄແຊງ: ຂອບຂະໜາດ ແລະ ບົດຮຽນໃນປະຫວັດສາດ”.

ກອງປະຊຸມສຳມະນາ “ໄຊຊະນະເສັ້ນທາງເລກ 9 - ແຄແຊງ: ຂອບຂະໜາດ ແລະ ບົດຮຽນປະຫວັດສາດ”
      ກອງປະຊຸມສຳມະນາແນໃສ່ສືບຕໍ່ຢືນຢັນຂອບຂະໜາດ, ຄວາມໝາຍອັນໃຫຍ່ຫລວງ, ສາຍເຫດທີ່ພາໃຫ້ໄດ້ຮັບໄຊຊະນະ, ບັນດາບົດຮຽນຂອງໄຊຊະນະເສັ້ນທາງຫລວງເລກ 9 - ແຄແຊງ ປີ 1968.
        ກອງປະຊຸມສຳມະນາໄດ້ຮັບ ແລະ ສະເໜີບົດທາບທາມຄຳເຫັນ 80 ບົດ ທີ່ສະແດງໃຫ້ເຫັນແຈ້ງເຖິງການສືບທອດໝາກຜົນແຫ່ງການຄົ້ນຄວ້າກ່ຽວກັບບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນປີວອກ 1968 ເວົ້າລວມ, ບັ້ນຮົບເສັ້ນທາງຫລວງເລກ 9 - ແຄແຊງ ເວົ້າສະເພາະ, ພ້ອມທັງລົງເລິກການປຶກສາຫາລື ແລະ ແກ້ໄຂບັນດາບັນຫາກ່ຽວກັບສາຍເຫດຂອງໄຊຊະນະ, ການຜັນແປ, ຄວາມໝາຍອັນໃຫຍ່ຫລວງຂອງບັ້ນຮົບ.
        ບັ້ນຮົບເສັ້ນທາງຫລວງເລກ 9 - ແຄແຊງ, ແມ່ນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດຄັ້ງທຳອິດ, ກອງທັບ, ປະຊາຊົນ ຫວຽດນາມ ເປີດບັ້ນຮົບບຸກໂຈມຕີຂອງກອງທັບ ບຸກທະລຸໂດຍກົງເຂົ້າໃນທ່າປ້ອງກັນທີ່ເຂັ້ມແຂງຂອງກອງທັບ ອາເມລິກາ, ຕີປະລາໄຊບັນດາກອງກຳລັງທະຫານເຮືອສູ້ຮົບທາງບົກ…ບັງຄັບພວກມັນຕ້ອງຖອນທັບອອກຈາກ ແຄແຊງ.
 (ແຫຼ່ງຄັດຈາກ VOV)

 


top