ຂ່າວສານ

ກອງປະຊຸມສຳມະນາ ອາຊຽນ 4.0

      ຕອນເຊົ້າວັນທີ 21 ສິງຫາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ ອາຊຽນ 4.0 ກ່ຽວກັບຈິດໃຈວິສາຫະກິດໃນໄລຍະການປະຕິວັດອຸດສາຫະກຳ.

ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ
ຫວຽດນາມ ບູຍແທງເຊີນ (ພາບ: Trung Hieu)
        ບັນດາເນື້ອໃນໃນກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງກອງປະຊຸມເວທີປາໄສເສດຖະກິດໂລກ ອາຊຽນ 2018 ຄາດວ່າ ຈະດຳເນີນຢູ່ ຮ່າໂນ້ຍແຕ່ວັນທີ 11 – 13 ກັນຍາ ປີ 2018.
        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ອາຊຽນ ມີກາລະໂອກາດຫລາຍຢ່າງໃນການປະຕິວັດອຸດສາຫະກຳ 4.0, ອາຊຽນແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ໃນໂລກ ດ້ວຍພົນລະເມືອງ 630 ລ້ານຄົນ, ຈຳນວນຄົນເຂົ້າອິນເຕີແນັດເປັນປະຈຳ 260 ຄົນ. ພື້ນຖານເສດຖະກິດອິນເຕີແນັດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການຄາດຄະເນຈະບັນລຸໄດ້ 200 ຕື້ USD ໃນປີ 2025, ທຽບເທົ່າປະມານ 6% GDP ຂອງພາກພື້ນ. ນີ້ແມ່ນພື້ນຖານສະດວກ ແລະ ແມ່ນຕະຫລາດໃຫຍ່ພຽງພໍໃຫ້ການປ່ຽນແປງໃໝ່ການລົງທຶນພັດທະນາບັນດາຮູບແບບການດຳເນີນທຸລະກິດໃໝ່ຢ່າງໄວຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືຢູ່ ຫວຽດນາມ.
        ບັນດາຜູ້ແທນກໍ່ຖືວ່າ ຫວຽດນາມ ກໍ່ມີທ່າໄດ້ປຽບຫລາຍຢ່າງໃນການປະຕິວັດອຸດສາຫະກຳ 4.0. ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ກ່າວວ່າ:
        “ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງການເຕີບໂຕຢ່າງໝັ້ນຄົງບົນພື້ນຖານຍົກສູງຄຸນນະພາບການເຕີບໂຕ ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ເພື່ອເພີ່ມສະມັດຕະພາບແຮງງານ ແລະ ກຳລັງແກ່ງແຍ້ງ ແນໃສ່ມີບາດກ້າວສູງກ່ວາໃນລະບົບມູນຄ່າທົ່ວໂລກ. ຫວຽດນາມ ຕັດສິນໃຈສ້າງລັດຖະບານສ້າງສາພັດທະນາ ຍູ້ແຮງການປະຕິຮູບລະບອບລະບຽບການ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ ພິເສດແມ່ນລຸ້ນໜຸ່ມ, ປັບປຸງການສຶກສາ, ເສີມຂະຫຍາຍຈິດໃຈ Starup, ຄວາມສາມາດມີຫົວຄິດປະສິດສ້າງ ແລະ ຄວາມຂະຫຍັນຂັນເຄື່ອນຂອງທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)
 


top