ຂ່າວສານ

ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືໃນການສຶກສາວິຊາຊີບລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ”

ກອງປະຊຸມສຳມະນາແມ່ນການເຄື່ອນໄຫວທຳອິດໃນບົດບັນທຶກຊ່ວຍຈຳໃນຂົງເຂດການສຶກສາວິຊາຊີບ ລະຫວ່າງລັດຖະບານ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ທີ່ໄດ້ລົງນາມໃນປີ 2022.
  ທີ່ກອງປະຊຸມສຳມະນາ (ພາບ: TTXVN)  

ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືໃນການສຶກສາວິຊາຊີບລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ”, ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບສະຖານທູດ ອັງກິດ ປະຈຳ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາແມ່ນການເຄື່ອນໄຫວທຳອິດໃນບົດບັນທຶກຊ່ວຍຈຳໃນຂົງເຂດການສຶກສາວິຊາຊີບ ລະຫວ່າງລັດຖະບານ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ທີ່ໄດ້ລົງນາມໃນປີ 2022. ກ່າວຄຳເຫັນທີ່ເຫດການ, ທ່ານ Ian Frew, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ອັງກິດ, ຢືນຢັນວ່າ:

“ປີ 2023 ເປັນປີສ້າງຂີດໝາຍ 50 ປີແຫ່ງວັນ ອັງກິດ ແລະ  ຫວຽດນາມ ສ້າງຕັ້ງສາຍພົວພັນທາງການທູດ, ແລະ ການສຶກສາຍາມໃດກໍ່ແມ່ນຂົງເຂດຫຼັກແຫຼ່ງລະຫວ່າງ 2 ປະເທດ. ຍົກສູງຄຸນນະພາບການບຳລຸງສ້າງດ້ານທັກສະ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມແບບຍືນຍົງ, ຍົກສູງການແກ່ງແຍ້ງຂອງຕະຫຼາດກວ່າອີກ. ຂ້າພະເຈົ້າຫວັງວ່າ ຈະໄດ້ເຫັນແຜນການກະທຳໂດຍໄວ ດ້ວຍການຮ່ວມມືລະຫວ່າງ ອັງກິດ ແລະ  ຫວຽດນາມ, ເພື່ອຍົກສູງຄຸນນະພາບທັກສະວິຊາຊີບ ແລະ ວິວັດການຮ່ວມມືໄລຍະຍາວຢູ່ ຫວຽດນາມ”.

ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາອົງການສຶກສາວິຊາຊີບຢູ່ ອັງກິດ ໄດ້ແບ່ງປັນບັນດາບົດຮຽນ, ປະສົບການໃນເລື່ອງຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດເຂົ້າໃນການສຶກສາວິຊາຊີບ, ຊຸກຍູ້ເຕັກໂນໂລຊີດີຈີຕອນ…

 


top