ຂ່າວສານ

ກອງປະຊຸມສາມັນເດືອນມັງກອນປີ 2018 ຂອງລັດຖະບານຫວຽດນາມ

ຕອນບ່າຍວັນທີ 2 ກຸມພາ, ເມື່ອກ່າວສະຫລຸບກອງປະຊຸມສາມັນເດືອນມັງກອນປີ 2018 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: ເລື່ອງລັດຖະບານ ມີແຜນນະໂຍບາຍສ້າງແຜນຮ່າງຮູບແບບເສດຖະກິດແບ່ງປັນແມ່ນມີຄວາມຈຳເປັນທີ່ສຸດ ເພື່ອເປັນເຈົ້າການໃນການຜັນຂະຫຍາຍເສດຖະກິດແບ່ງປັນຢ່າງມີປະສິດທິຜົນຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ: ສະພາບການເສດຖະກິດສັງຄົມໃນເດືອນມັງກອນແມ່ນຕັ້ງຫນ້າ, ບັນລຸຫລາຍຄາດໝາຍເປັນຢ່າງດີ, ແມ່ນກຳລັງຫນູນໃຫ້ແກ່ການເຕີບໂຕຂອງທັງປີ.

ທ່ານນາຍົກລັດຖະມົນຕີ ສະເຫນີ: ບັນດາກະຊວງ, ຂະແຫນງການ ຕ້ອງເອົາໃຈໃສ່ເປັນພິເສດເຖິງການສ້າງລະບອບນະໂຍບາຍ, ສືບຕໍ່ສຳຫລວດກວດກາ ຄົ້ນພົບບັນດາກົນໄກນະໂຍບາຍບໍ່ມີຄວາມເໝາະສົມເພື່ອປັບປຸງ. ຈາກບົດຮຽນຂອງປີ 2017, ທ່ານນາຍົກລັດຖະມົນຕີ ສະເຫນີ ແຕ່ລະຂະແຫນງການ, ຂົງເຂດໃນທົ່ວປະເທດ ຕ້ອງສ້າງແຜນການເຕີບໂຕໃນແຕ່ລະໄຕມາດ.

(ແຫຼ່ງຄັດຈາກ VOV)



top