ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7: ສົ່ງເສີມການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ເພື່ອແນໃສ່ຫຼຸດຜ່ອນຜົນຮ້າຍຈາກການດື່ມເຫຼົ້າ, ເບຍ

ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ ໄດ້ຮັບການສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຢູ່ກອງປະຊຸມນີ້ ລວມມີ 7 ພາກ, 36 ມາດຕາ.

ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານ, ຮັບເອົາຄໍາເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ (ພາບ: quochoi.vn)

ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານ, ຮັບເອົາຄໍາເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.

        ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ ໄດ້ຮັບການສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຢູ່ກອງປະຊຸມນີ້ ລວມມີ 7 ພາກ, 36 ມາດຕາ, ໃນນັ້ນ ມີບາງບັນຫາຄື ນະໂຍບາຍຂອງລັດໃນການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ; ບັນດາການປະພຶດເກືອດຫ້າມ.

        ສະມາຊິກສະພາແຫ່ງຊາດສ່ວນຫຼາຍ ລ້ວນແຕ່ສະໜັບສະໜູນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ ແລະ ບັນດາຂໍ້ກໍານົດກ່ຽວກັບການຄຸ້ມຄອງຜົນຮ້າຍຂອງການນໍາໃຊ້ເຫຼົ້າ, ເບຍ.

(ແຫຼ່ງຄັດຈາກ VOV)


top