ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14 ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ

ຕອນເຊົ້າວັນທີ 22 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018; ສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2019; ສະຫຼຸບຂາດຕົວງົບປະມານແຫ່ງລັດ ປີ 2017.
 
ທ່ານນາງ ເຈິ່ນທິກວັກແຄັງ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ກອງປະຊຸມ (ພາຍ:quochoi.vn)

  ຕາມບົດລາຍງານຂອງລັດຖະບານຫວຽດນາມ ແລ້ວ, ໃນໄລຍະເວລາ 4 ເດືອນຜ່ານມາ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ; ດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍ 4 ເດືອນ ເພີ່ມຂຶ້ນ 2,71% ແມ່ນລະດັບຕໍ່າສຸດໃນຮອບເວລາ 3 ປີຜ່ານມາ. ການເຕີບໂຕເສດຖະກິດ (GDP) ຂອງໄຕມາດທີ 1 ບັນລຸ 6,79%. ສິ່ງດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ຂອງປະຊາຄົມວິສາຫະກິດ, ບັນດານັກລົງທຶນ ພາຍໃນ ແລະ ຕ່າງປະເທດ.

        ທ່ານ ຮວ່າງວັນເກື່ອງ ສະມາຊິກສະພາແຫ່ງຊາດ ຖືວ່າ ເລື່ອງຫວຽດນາມເຂົ້າຮ່ວມສັນຍາການຄ້າຂອງພາກພື້ນ ແລະ ທົ່ວໂລກ ຈະແມ່ນກໍາລັງໜູນ ຊ່ວຍເສດຖະກິດປີ 2019 ສືບຕໍ່ຈະເລີນເຕີບໂຕ ແລະ ບັນລຸໄດ້ບັນດາຄາດໝາຍທີ່ໄດ້ວາງອອກ.

        “ຂ້າພະເຈົ້າເຫັນດີເຫັນພ້ອມກັບ ລັດຖະບານ ເມື່ອວາງອອກການກໍານົດທິດ ເພື່ອຊຸກຍູ້ການພັດທະນາບັນດາກຸ່ມບໍລິສັດເສດຖະກິດພາກເອກະຊົນ. ສິ່ງດັ່ງກ່າວ ບໍ່ຄ່ອຍໄດ້ເຕື້ອງເຖິງຫຼາຍປານໃດ ແລະ ພວກເຮົາພຽງແຕ່ຖືເສດຖະກິດພາກເອກະຊົນ ແມ່ນບັນດາເສົາຄໍ້າໃຫ້ແກ່ການເຕີບໂຕເທົ່ານັ້ນ ແຕ່ການພັດທະນາບັນດາກຸ່ມບໍລິສັດເສດຖະກິດພາກເອກະຊົນ ຈຶ່ງສ້າງບັນດາລະບົບມູນຄ່າ ແລະ ການເຕີບໂຕ ຈຶ່ງປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດໄດ້. ຕາມຂ້າພະເຈົ້າແລ້ວ ຄວນມີບັນດາມາດຕະການເພື່ອກໍານົດທິດໃຫ້ແກ່ການພັດທະນາຂອງບັນດາກຸ່ມບໍລິສັດເອກະຊົນ. ອີກບັນຫາໜຶ່ງ ແມ່ນ ຄັດເລືອກການດຶງດູດນັກລົງທຶນຕ່າງປະເທດ ເພື່ອຫຼີກລ້ຽງການແກ້ງແຍ້ງກັບບັນດາວິສາຫະກິດ, ກຸ່ມບໍລິສັດພາກເອກະຊົນພາຍໃນປະເທດ”.

        ໃນວາລະປະຊຸມທີ່ດໍາເນີນໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄໍາເຫັນ ແລະ ດັດປັບຮ່າງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ./.

(ແຫຼ່ງຄັດຈາກ VOV)


top