ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ເປັນປະທານກອງປະຊຸມຂ່າວກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ເຊິ່ງຈະໄດ້ໄຂຂຶ້ນໃນວັນທີ 21 ພຶດສະພາ.
ພາບປະກອບ)
ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດ ຈະສະຫງວນເວລາ 12 ວັນ ເພື່ອພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 1 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 8 ສະບັບ. ບັນດາຮ່າງກົດໝາຍເຊິ່ງສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາລວມມີ: ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ); ກົດໝາຍວ່າເຂດປົກຄອງ - ເສດຖະກິດພິເສດເວີນດົ່ນ, ບັ໋ກເວີນດົ່ນ, ຟຸ໋ກ໋ວກ; ຮ່າງກົດໝາຍວ່າດ້ວຍການວັດແທກ; ຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ)…
ນອກຈາກນັ້ນ, ສະພາແຫ່ງຊາດກໍ່ຈະສະຫງວນເວລາສ່ວນຫຼາຍໃຫ້ການເຄື່ອນໄຫວຕິດຕາມກວດກສູງສຸດ ແລະ ພິຈາລະນາ, ຕັດສິນບັນດາບັນຫາສຳຄັນອື່ນໆ. ພິເສດ, ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດຈະມີບັນດາການປັບປຸງ, ປ່ຽນແປງໃໝ່ກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມຕື່ມອີກ.
(ແຫຼ່ງຄັດຈາກ VOV)