ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV ກ້າວເຂົ້າສູ່ອາທິດເຮັດວຽກທີ 2

ກ່ຽວກັບຮ່າງກົດໝາຍ, ເປັນໜ້າສົນໃຈ, ສະພາແຫ່ງຊາດຈະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບຕ່າງໆ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ)...
  ພາບປະກອບ  

ວັນທີ 24 ຕຸລາ, ທີ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ກ້າວເຂົ້າສູ່ອາທິດເຮັດວຽກທີ 2. ໃນອາທິດນີ້, ສະພາແຫ່ງຊາດໄດ້ສະຫງວນເວລາ 2 ວັນເພື່ອປຶກສາຫາລືຢູ່ກອງປະຊຸມກ່ຽວກັບ: ໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນຮ່າງພັດທະນາເສດຖະກິດ - ສັງຄົມປີ 2023; ສະພາບການປະຕິບັດງົບປະມານແຫ່ງລັດປີ 2022, ແຜນງົບປະມານແຫ່ງລັດ, ແຜນການລົງທຶນສາທາລະນະດ້ວຍງົບປະມານຂອງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2023.

ກ່ຽວກັບຮ່າງກົດໝາຍ, ເປັນໜ້າສົນໃຈ, ສະພາແຫ່ງຊາດຈະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບຕ່າງໆ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ). ສະພາແຫ່ງຊາດກໍ່ໄດ້ຮັບຟັງການສະເໜີກກ່ຽວກັບຮ່າງກົດໝາຍສະບັບຕ່າງໆ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການທຸລະກຳເອເລັກໂຕນິກ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປົກປ້ອງສິດທິຂອງຜູ້ຊົມໃຊ້ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນ.


top