ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ

ບັນດາຄຳເຫັນປະກອບໄດ້ເຮັດແຈ້ງນະໂຍບາຍຂອງລັດ ກ່ຽວກັບການກວດ, ປິ່ນປົວພະຍາດ; ບັນດາຂໍ້ກຳນົດກ່ຽວຂ້ອງເຖິງຜູ້ດຳເນີນອາຊີບກວດ, ປິ່ນປົວພະຍາດ.

ບັນດາຄຳເຫັນປະກອບໄດ້ເຮັດແຈ້ງນະໂຍບາຍຂອງລັດ ກ່ຽວກັບການກວດ, ປິ່ນປົວພະຍາດ; ບັນດາຂໍ້ກຳນົດກ່ຽວຂ້ອງເຖິງຜູ້ດຳເນີນອາຊີບກວດ, ປິ່ນປົວພະຍາດ.

    

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ

ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ). ບັນດາຄຳເຫັນປະກອບໄດ້ເຮັດແຈ້ງນະໂຍບາຍຂອງລັດ ກ່ຽວກັບການກວດ, ປິ່ນປົວພະຍາດ; ບັນດາຂໍ້ກຳນົດກ່ຽວຂ້ອງເຖິງຜູ້ດຳເນີນອາຊີບກວດ, ປິ່ນປົວພະຍາດ.

        ກ່າວຄຳເຫັນອະພິປາຍທີ່ວາລະປຶກສາຫາລື, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ, ລັດຖະບານໄດ້ຊີ້ນຳໃຫ້ກະຊວງສາທາລະນະສຸກ ຕ້ອງຄົ້ນຄວ້າບົດຮຽນຂອງອົງການອະນາໄມໂລກ ກໍຄືບັນດາປະເທດ ເພື່ອຈັດແບ່ງວິສາສະເພາະ ແຕ່ຕ້ອງເຮັດແຈ້ງຮູບແບບການແພດຂັ້ນຮາກຖານ, ຜັນຂະຫຍາຍຮູບແບບທ່ານໝໍຄອບຄົວຕາມທ່າອ່ຽງເພີ່ມຂຶ້ນໃຫ້ຫຼາຍກວ່າ. ກ່ຽວຂ້ອງເຖິງເລື່ອງຫັນບັນດາໂຮງໝໍພາກລັດເປັນສັງຄົມ, ຮ່ວມສຳພັນ, ເຊື່ອມຕໍ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ, ບັນດາຫານີ້ຕ້ອງມີບັນດາມາດຕະການແກ້ໄຂບຸກທະລຸ.

        ໃນວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022. ຕາມນັ້ນແລ້ວ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຈະໄດ້ຍື່ນສະເໜີທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ເດືອນ ຕຸລາ 2022), ຮັບຮອງເອົາທີ່ກອງປະຊຸມເທື່ອທີ 6 (ເດືອນ ຕຸລາ 2023).

(ແຫຼ່ງຄັດຈາກ VOV)


top