ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຈະດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ດຳເນີນຫຼາຍເນື້ອໃນສຳຄັນ, ດຶງດູດຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.
  (ພາບປະກອບ: TTXVN)  

 ອາທິດເຮັດວຽກທີ 3 (ນັບແຕ່ວັນທີ 06 – 10 ມິຖຸນາ) ຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ດຳເນີນຫຼາຍເນື້ອໃນສຳຄັນ, ດຶງດູດຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ຈຸດພົ້ນເດັ່ນຂອງອາທິດນີ້ແມ່ນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຕໍ່ສະພາແຫ່ງຊາດ. ນີ້ກໍ່ແມ່ນເນື້ອໃນສຳຄັນພິເສດຂອງສະພາແຫ່ງຊາດ, ດຶງດູດຄວາມສົນໃຈ, ຕິດຕາມຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເປັນສຳນວນຫຼວງຫຼາຍ. ຄາດວ່າ, ໃນການເຮັດວຽກເປັນ 2 ມື້ເຄິ່ງ (ນັບແຕ່ຕອນບ່າຍວັນທີ 07 – 09 ມິຖຸນາ), ບັນດາວາລະຊັກຖາມຈະໄດ້ຖ່າຍທອດສົດຜ່ານຄື້ນວິທະຍຸ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ. 4 ໝວດບັນຫາທີ່ໄດ້ຊັກຖາມທີ່ກອງປະຊຸມຄັ້ງນີ້ລວມມີ: ຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ; ການເງິນ, ທະນາຄານ; ຄົມມະນາຄົມຂົນສົ່ງ.


top