ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ຮັບເອົາກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາ

ໃນສະໄໝປະຊຸມຄັ້ງນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະນະໂຍບາຍສຳຄັນຫຼາຍຢ່າງ, ສ້າງກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສ້າງສັງຄົມ ຫວຽດນາມ ໃຫ້ມີສະຖຽນລະພາບ.
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. (ພາບ: quochoi.vn)

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງຢູ່ ຮ່າໂນ້ຍ ໃນທ້າຍອາທິດຜ່ານມາ, ພາຍຫຼັງເຮັດວຽກເປັນເວລາ 16 ວັນ. ເຖິງວ່າເວລາດຳເນີນກອງປະຊຸມບໍ່ແກ່ຍາວຄືບັນດາສະໄໝປະຊຸມທ້າຍປີຂອງສະພາແຫ່ງຊາດ ຊຸດກ່ອນໆນີ້ກໍ່ຕາມ, ແຕ່ໃນສະໄໝປະຊຸມຄັ້ງນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະນະໂຍບາຍສຳຄັນຫຼາຍຢ່າງ, ສ້າງກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສ້າງສັງຄົມ ຫວຽດນາມ ໃຫ້ມີສະຖຽນລະພາບ.

        ໂດຍແມ່ນກອງປະຊຸມເທື່ອທີ 2 ຂອງອາຍຸການສະພາແຫ່ງຊາດຊຸດທີ XV ເຊິ່ງໄດ້ດຳເນີນໄປໃນສະພາບປະເທດພວມສຸມກຳລັງເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຄວາມຮຽກຮ້ອງສະເໝີຕົ້ນສະເໝີປາຍເຊິ່ງການນຳສະພາແຫ່ງຊາດໄດ້ວາງອອກແມ່ນ ຕ້ອງຈຳກັດເວລາດຳເນີນກອງປະຊຸມ ແຕ່ຍັງຕ້ອງຮັບປະກັນຄຸນນະພາບບັນດາເນື້ອໃນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ໃນລະດັບສູງສຸດ.

ມີໄຫວພິບ, ປະດິດຄິດສ້າງໃນການຈັດຕັ້ງ, ເຄື່ອນໄຫວຂອງສະພາແຫ່ງຊາດ

        ທີ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ໄດ້ສະຫງວນເວລາເພື່ອຮັບເອົາ, ດັດປັບ, ອະພິປາຍ, ສ້າງບັນດາເນື້ອໃນໃຫ້ສົມບູນແບບ. ຍ້ອນເຫດນັ້ນ, ສະພາແຫ່ງຊາດໄດ້ປະຕິບັດສຳເລັດທຸກໂຄງການດຳເນີນງານ. ມີຂໍ້ສະເໜີໃໝ່ຫຼາຍຢ່າງກ່ຽວກັບວິທີການຈັດຕັ້ງກອງປະຊຸມຕາມຮູບແບບທາງໄກໄດ້ນຳໃຊ້ເປັນຄັ້ງທຳອິດ, ສະພາແຫ່ງຊາດ ໄດ້ແບ່ງໜ່ວຍປຶກສາຫາລືຢູ່ຫໍປະຊຸມ ແລະ ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ດ້ວຍຈຳນວນຂຶ້ນເຖິງ 73 ໜ່ວຍສະມາຊິກສະພາແຫ່ງຊາດ. ຈຳນວນຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດເຂົ້າຮ່ວມບັນດາເນື້ອໃນຂອງກອງປະຊຸມແມ່ນສູງກວ່າເມື່ອທຽບໃສ່ກອງປະຊຸມຄັ້ງກ່ອນໆ. ຕາມການສະຖິຕິຊີ້ໃຫ້ເຫັນວ່າ, ສະມາຊິກສະພາແຫ່ງຊາດໄດ້ກ່າວຄຳເຫັນເກືອບ 3.000 ເທື່ອໃນວາລະປຶກສາຫາລືຢູ່ໜ່ວຍ 8 ຄັ້ງ ແລະ ມີສະມາຊິກສະພາແຫ່ງຊາດກ່າວປຶກສາຫາລືເກືອບ 500 ເທື່ອທີ່ວາລະປະຊຸມຄົບຄະນະ 16 ຄັ້ງ.

        ສະເພາະກອງປະຊຸມໂດຍກົງ, ໂດຍເລີ່ມມາຈາກພຶດຕິກຳຕົວຈິງ ແລະ ຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ທີ່ໄດ້ຈັດກອງປະຊຸມແບບທາງໄກ, ຮັບປະກັນສິດ ແລະ ພັນທະຂອງບັນດາສະມາຊິກສະພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ. ກອງປະຊຸມຄັ້ງນີ້ ກໍ່ເລີ່ມທົດລອງການລົງມະຕິແບບເອເລັກໂຕນິກ, ບໍ່ພຽງແຕ່ແມ່ນມາດຕະການຊົ່ວຄາວເພື່ອຮັບມືກັບການຜັນແປຂອງໂລກລະບາດໂຄວິດ-19 ເທົ່ານັ້ນ ຫາກຍັງແມ່ນທ່າອ່ຽງຍາວໄກກວ່າ. ທ່ານນາງ ຈິ້ງທິຕຸແອັງ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ເລິມດົ່ງ, ຕີລາຄາວ່າ:

        “ກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຫຼາຍຢ່າງ. ໃນສະພາບໂລກລະບາດແຜ່ລະບາດຢ່າງສັບສົນນັ້ນ, ພວກເຮົາໄດ້ຈັດຕັ້ງກອງປະຊຸມດ້ວຍຄວາມປອດໄພ ແລະ ບັນລຸຜົນສຳເລັດ. ສິ່ງດັ່ງກ່າວເປັນການສະແດງອອກຢູ່ບ່ອນວ່າ ພວກເຮົາຈັດກອງປະຊຸມແບບທາງໄກເທື່ອທີ 1. ກອງປະຊຸມແບບທາງໄກກໍ່ບັນລຸຜົນສຳເລັດຫຼາຍດ້ານ. ທີໜຶ່ງ, ມີການກະກຽມເອກະສານເປັນຢ່າງດີ, ສົ່ງຖືກຈຸດເວລາເພື່ອໃຫ້ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທີສອງແມ່ນ, ມີການໜູນຊ່ວຍດ້ານເຕັກໂນໂລຊີ, ຄວາມໄວອິນເຕີເນັດດີ. ການເຄື່ອນໄຫວດ້ານການແພດຮັບປະກັນໃຫ້ແກ່ສະມາຊິກສະພາແຫ່ງຊາດ, ຜູ້ຮັບໃຊ້ກອງປະຊຸມກໍ່ໄດ້ຮັບການຜັນຂະຫຍາຍເປັນຢ່າງດີ”.

ປຶກສາຫາລື, ຮັບຮອງເອົາບັນດາລັດຖະນະໂຍບາຍສຳຄັນ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ

        ໝາກຜົນສຳຄັນທີ່ສຸດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ນັ້ນແມ່ນເລື່ອງ ສະພາແຫ່ງຊາດປຶກສາຫາລື, ຮັບຮອງເອົາລັດຖະນະໂຍບາຍສຳຄັນຫຼາຍຢ່າງ ເພື່ອໃຫ້ເສດຖະກິດ ຫວຽດນາມ ຟື້ນຟູ ແລະ ພັດທະນາ. ນັ້ນແມ່ນເປັນເອກະພາບຢ່າງສູງໃນການຮັບຮອງເອົາມະຕິສະບັບຕ່າງໆກ່ຽວກັບ: ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2021 – 2025. ພິເສດ, ສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງການວາງແຜນນຳໃຊ້ທີ່ດິນແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດິນໄລຍະ 5 ປີ 2021 – 2025. ສະພາແຫ່ງຊາດໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງນຳໃຊ້ທຸກກາລະໂອກາດເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໃນທົ່ວປະເທດ, ໃນແຕ່ລະຂະແໜງ, ຂົງເຂດ, ທ້ອງຖິ່ນ ແລະ ຮັກສາບັນດາກຳລັງໜູນເຕີບໂຕໃນໄລຍະຍາວ. ສະພາແຫ່ງຊາດກໍ່ສະເໜີໃຫ້ລັດຖະບານ ຈົ່ງຮີບເຮັ່ງສ້າງ ແລະ ຈັດຕັ້ງປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດ, ເອົາໃຈໃສ່ເຖິງການສ້າງກຳລັງໜູນຂອງການເຕີບໂຕໃໝ່ໃຫ້ເໝາະສົມກັບທ່າອ່ຽງພັດທະນາຂອງເສດຖະກິດໂລກໃນປະຈຸບັນ.

        ໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ສະພາແຫ່ງຊາດໄດ້ວາງເປົ້າໝາຍຮັບມືຢ່າງປອດໄພກັບໂລກລະບາດໂຄວິດ-19, ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນຢູ່ພາຍໃນປະເທດແມ່ນເໜືອກວ່າສິ່ງໃດໝົດ. ວາລະຊັກຖາມ, ຕອບຄຳຊັກຖາມຂອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ໄດ້ຍົກອອກບັນດາບັນຫາຢ່າງຮອບດ້ານ, ລະອຽດທີ່ສຸດກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19, ການຟື້ນຟູເສດຖະກິດ ເຊິ່ງທົ່ວສັງຄົມພວມໃຫ້ຄວາມສົນໃຈ. ທ່ານ ຫງວຽນຈີທຶກ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ຕີລາຄາວ່າ:

        “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການບໍລິຫານຂອງຄະນະປະທານທີ່ກອງປະຊຸມຄັ້ງນີ້. ຈະແຈ້ງ, ລະອຽດ, ເວລາຊັກຖາມ, ທຸກຄຳຖາມຂອງສະມາຊິກສະພາແຫ່ງຊາດລ້ວນແຕ່ມີຈຸດສຸມ, ລະອຽດ, ໃກ້ຊິດຕິດແທດກັບຊີວິດສັງຄົມ, ໄດ້ສົ່ງຄຳເຫັນຂອງຜູ້ມີສິດເລືອກຕັ້ງຕໍ່ສະພາແຫ່ງຊາດຢ່າງຊັດເຈັນ ແລະ ສັດຊື່ທີ່ສຸດ. ບັນດາສະມາຊິກລັດຖະບານກໍ່ໃຫ້ຄຳຕອບຢ່າງຈະແຈ້ງທີ່ສຸດ”.

        ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງ. ຜົນສຳເລັດຂອງກອງປະຊຸມສືບຕໍ່ສະແດງໃຫ້ເຫັນວ່າ ສະພາແຫ່ງຊາດກະທຳ, ສືບຕໍ່ປ່ຽນແປງໃໝ່ ແລະ ຮ່ວມເດີນທາງ, ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)


top