ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14

      ວັນທີ 13 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ) ແລະ ຮັບຮອງເອົາບາງກົດໝາຍ ແລະ ມະຕິສະບັບຕ່າງໆຈຳນວນໜຶ່ງ.

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 (ພາບ: TTXVN)
      ຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 10, ສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບຕໍ່ເລື່ອງປັບປຸງກົດໝາຍສະບັບດັ່ງກ່າວ. ບັນດາສະມາຊິກສະພາແຫ່ງຊາດຖືວ່າ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດສະບັບປັບປຸງ ຈະສົ່ງເສີມວຽກງານບຳບັດຜູ້ຕິດຢາເສບຕິດໃຫ້ເປັນຂອງສັງຄົມ ເພື່ອປຸກລະດົມແຫຼ່ງກຳລັງ ແລະ ມີການເຂົ້າຮ່ວມຈາກສັງຄົມໃນວຽກງານບຳບັດຜູ້ຕິດຢາເສບຕິດ, ຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວຽກງານນີ້.  
(ແຫຼ່ງຄັດຈາກ VOV)


top