ຂ່າວສານ

ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ພາຍຫຼັງເຮັດວຽກເປັນເວລາ 1 ມື້ເຄິ່ງ, ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດທຸກລາຍການກອງປະຊຸມ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ
(ພາບ: TTXVN)
      ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ດ້ວຍການບໍລິຫານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດພິທີອັດວາລະປະຊຸມຄັ້ງທີ 57. ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ພາຍຫຼັງເຮັດວຽກເປັນເວລາ 1 ມື້ເຄິ່ງ, ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດທຸກລາຍການກອງປະຊຸມ; ໃນນັ້ນໄດ້ພິຈາລະນາ, ປະກອບຄຳເຫັນໃສ່ 6 ເນື້ອໃນ ແລະ ຮັບຮອງເອົາມະຕິສະບັບ 1 ວ່າດ້ວຍວຽກງານບຸກຄະລາກອນ. ພາຍຫຼັງວາລະປະຊຸມ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ ຈົ່ງຮີບເຮັ່ງຄົ້ນຄວ້າ, ຮັບເອົາຄຳເຫັນທີ່ບັນດາວາລະປະຊຸມ, ບັນດາຂໍ້ສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດສຳລັບແຕ່ລະເນື້ອໃນຢ່າງເຂັ້ມງວດ ເພື່ອສ້າງເອກະສານໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV.
        ຄາດວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະໄຂຂຶ້ນໃນວັນທີ 20 ກໍລະກົດ ຈະມາເຖິງ. ລາຍການຂອງກອງປະຊຸມຄັ້ງນີ້ ຈະດຳເນີນຕາມຮູບແບບສຸມໃສ່ສ້າງວຽກງານບຸກຄະລາກອນໃຫ້ສົມບູນແບບແລ້ວຈຶ່ງດຳເນີນບັນດາເນື້ອໃນກ່ຽວກັບເສດຖະກິດ, ສັງຄົມ ແລະ ບັນດາເນື້ອໃນອື່ນໆອີກ.
 (ແຫຼ່ງຄັດຈາກ VOV)


top