ຂ່າວສານ

ກອງປະຊຸມສະຫຼຸບວຽກງານກ່ຽວກັບຄົນພິການປີ 2022 ແລະ ທິດທາງ, ໜ້າທີ່ໃຫ້ປີ 2023

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ລາຄາສູງບົດບາດຂອງສະມາຄົມນັກຮົບເກົ່າ ຫວຽດນາມ, ສະເໜີໃຫ້ສະມາຄົມຈົ່ງປະຕິບັດບົດບາດແກ່ນສານດ້ານການເມືອງເປັນຢ່າງດີກວ່າ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: TTXVN)  

ຕອນເຊົ້າວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າຄັ້ງທີ 7, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງສົມກຽດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່. ພ້ອມກັນເຂົ້າຮ່ວມກອງປະຊຸມນີ້ຍັງມີການນຳ, ອະດີດການນຳພັກ, ລັດ, ນັກປະຕິວັດຜູ້ອາວຸດໂສ, ນັກວິລະຊົນປະກອບອາວຸດປະຊາຊົນ, ນັກວິລະຊົນອອກແຮງງານ... ພ້ອມກັບຜູ້ແທນກວ່າ 500 ທ່ານ ທີ່ຕາງໜ້າໃຫ້ສະມາຊິກອະດີດນັກຮົບກວ່າ 3 ລ້ານຄົນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ລາຄາສູງບົດບາດຂອງສະມາຄົມນັກຮົບເກົ່າ ຫວຽດນາມ, ສະເໜີໃຫ້ສະມາຄົມຈົ່ງປະຕິບັດບົດບາດແກ່ນສານດ້ານການເມືອງເປັນຢ່າງດີກວ່າ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ… ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງຂອງປະເທດຊາດໃນໄລຍະໃໝ່ຢ່າງມີໄຊ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

“ສະມາຄົມນັກຮົບເກົ່າທຸກຂັ້ນ ຕ້ອງຂຸດຄົ້ນທຸກແຫຼ່ງກຳລັງ ແລະ ນະໂຍບາຍບຸລິມະສິດຂອງລັດສຳລັບນັກຮົບເກົ່າຢ່າງສຸດຂີດ; ຍູ້ແຮງ ແລະ ຍົກສູງຄຸນນະພາບຂະບວນການ “ນັກຮົບເກົ່າຊ່ວຍເຫຼືອກັນຫຼຸດຜ່ອນຄວາມທຸກຍາກ, ເຮັດເສດຖະກິດເກັ່ງ”. ເອົາໃຈໃສ່ເຖິງບັນດາບໍລິເວນຫຍຸ້ງຍາກ, ເຂດຫ່າງໄກສອກຫຼິກກວ່າເກົ່າ; ລະດົມກຳລັງໃຈບັນດາຫົວໜ່ວຍ, ສ່ວນບຸກຄົນເປັນນັກຮົບເກົ່າທີ່ຕັ້ງໜ້າເຂົ້າຮ່ວມການຜະລິດ, ດຳເນີນທຸລະກິດ, ບືນຕົວຂຶ້ນສ້າງຄວາມຮັ່ງມີຖືກຕ້ອງຕາມກົດໝາຍ; ຖືເປັນສຳຄັນເລື່ອງທະວີຄູນຮູບແບບ, ແບບຢ່າງດີເດັ່ນ”.

ດ້ວຍຫົວຂໍ້ “ເສີມຂະຫຍາຍຄຸນນະທາດທະຫານລຸ່ງ ໂຮ່, ມູນເຊື້ອ “ຈົ່ງຮັກພັກດີ - ສາມັກຄີ - ເປັນແບບຢ່າງ - ປ່ຽນແປງໃໝ່”, ສ້າງສະມາຄົມນັກຮົບເກົ່າທຸກຂັ້ນໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ປະຕິບັດທຸກໜ້າທີ່ເປັນຢ່າງດີທີ່ສຸດ”, ກອງປະຊຸມໃຫຍ່ໄດ້ສະຫຼຸບ, ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດສະມາຄົມຮັກຮົບເກົ່າ ຫວຽດນາມ ຄັ້ງທີ 9, ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່, ມາດຕະການແກ້ໄຂໃນອາຍຸການທີ 7 ໄລຍະ 2022 – 2027, ຜ່ານນັ້ນ, ສືບຕໍ່ຢືນຢັນທີ່ຕັ້ງ, ບົດບາດ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງສະມາຄົມນັກຮົບເກົ່າ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.


top