ຂ່າວສານ

ກອງປະຊຸມສະຫຼຸບວຽກງານການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີຈົດໝາຍຍ້ອງຍໍພະນັກງານ, ພາລະກອນ ແລະ ໝູ່ຄະນະການນຳວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ຕອນບ່າຍວັນທີ 13 ມີນາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ການຕ້ອນຮັບທ່ານປະທານ ສປປ.ເກົາຫຼີ ໃນການເດີນທາງມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແລະ ທ່ານປະທານາທິບໍດີ ອາເມລິກາ ທີ່ມາຢ້ຽມຢາມ ຫວຽດນາມ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ຜົນງານຂອງບັນດາເຫດການໃນຄັ້ງນີ້ໄດ້ຍົກຖານະບົດບາດຂອງປະເທດຊາດຂຶ້ນສູ່ລະດັບສູງໃໝ່.

ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ຈິດໃຈຮັບຜິດຊອບຂອງບັນດາອົງການ, ຄະນະພັກ, ອຳນາດການປົກຄອງ, ພະນັກງານ, ນັກຮົບ, ບັນດາກຳລັງປະກອບອາວຸດ, ອົງການການສື່ມວນຊົນ, ບັນດາວິສາຫະກິດໃນການປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີເພື່ອປະກອບສ່ວນເຂົ້າໃນຜົນງານລວມອັນໃຫຍ່ຫຼວງ ແລະ ຮອບດ້ານ ຂອງບັນດາເຫດການທີ່ສຳຄັນດັ່ງກ່າວ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຈົດໝາຍຍ້ອງຍໍພະນັກງານ, ພາລະກອນ ແລະ ໝູ່ຄະນະການນຳວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາອົງການສື່ມວນຊົນ, ກະຊວງ, ຂະແໜງການອື່ນໆ.

(ແຫຼ່ງຄັດຈາກ VOV)


top