ຂ່າວສານ

ກອງປະຊຸມສະຫຼຸບ 1 ປີ 6 ເດືອນຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ

ໃນສະພາບການແກ່ງແຍ້ງເຕັກໂນໂລຊີທົ່ວໂລກຢ່າງຮຸນແຮງນັ້ນ, ເລື່ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ ບໍ່ພຽງແຕ່ແມ່ນການແກ້ໄຂສະພາບຖືກຫຼ້າຫຼັງເທົ່ານັ້ນ, ຫາກຍັງມີລັກສະນະເປັນຕາຍຕໍ່ຄວາມເປັນເຈົ້າຍຸດທະສາດ ແລະ ຄວາມໝັ້ນຄົງແຫ່ງຊາດອີກດ້ວຍ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ. ພາບ: VNA  

ຕອນ​ບ່າຍ​ວັນ​ທີ 01 ກໍ​ລະ​ກົດ, ຢູ່​ຫໍ​ປະ​ຊຸມສະ​ພາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດ​ີ​ຈີ​ຕອນ (ຄະ​ນະ​ຊີ້​ນຳ) ໄດ້​ຈັດກອງ​ປະ​ຊຸມ​ສະ​ຫຼຸບ 1 ປີ 6 ເດືອນ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ. ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະຊີ້​ນຳ​ເປັນ​ປະ​ທານກອງ​ປະ​ຊຸມ.

ກ່າວ​ຄຳ​ເຫັນ​ຊີ້​ນຳທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ແກ່ງ​ແຍ້ງ​ເຕັກ​ໂນ​ໂລ​ຊີ​ທົ່ວ​ໂລກ​ຢ່າງ​ຮຸນ​ແຮງນັ້ນ, ເລື່ອງ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມືອງ ບໍ່​ພຽງ​ແຕ່​ແມ່ນ​ການ​ແກ​້​ໄຂ​ສະ​ພາບ​ຖືກ​ຫຼ້າ​ຫຼັງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກ​ສະ​ນະ​ເປັນ​ຕາຍ​ຕໍ່​ຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ​ອີກ​ດ້ວຍ. ທ່ານ​ຊີ້​ແຈ້ງວ່າ:

“ແກ່ນ​ສານ​ຂອງວິ​ທະ​ຍາ​ສາດ​ແມ່ນ​ສ້າງ​ພູມ​ປັນ​ຍາ​ໃໝ່. ແກ່ນ​ສານ​ຂອງ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຫັນ​ພູມ​ປັນ​ຍາ​ໃຫ້​ກາຍ​ເປັນ​ເຄື່ອງ​ມື. ແກ່ນ​ສານ​ຂອງ​ນະ​ວັດ​ຕະ​ກຳ​ແມ່ນ​ຫັນ​ເຄື່ອງ​ມື​ກາຍ​ເປັນ​ຄຸນ​ຄ່າ​ໃໝ່​ໃຫ້​ແກ່​ສັງ​ຄົມ. ຕ້ອງວາງ​ເປົ້າ​ໝາຍ​ວ່າ ພາຍ​ຫຼັງ 1 ປີ, 3 ປີ, 5 ປີ, 10 ປີ ອີກ ພວກ​ເຮົາ​ຈະ​ເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຊີ​ໃດ, ມີ​ຜະ​ລິດ​ຕະ​ພັນ​ໃດ, ສົ່ງ​ອອກ​ໄດ້​ຫຍັງ, ປະ​ກອບ​ສ່ວນ​ເທົ່າ​ໃດ % ໃຫ້​ແກ່​ການ​ເຕີບ​ໂຕ​, ໃຫ້​ແກ່​ການ​ປ້ອງ​ກັນ​ຊາດ, ປ້ອ​ງ​ກັບ​ຄວາມ​ສະ​ຫງົບ ແລະ ກຳ​ລັງ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ຊາດ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ວິ​ສາ​ຫະ​ກິດ​ຕ້ອງ​ໄດ້​ກຳ​ນົດ​ວ່າ​ແມ່ນ​ໃຈ​ກາງ​ຂອງ​ລະ​ບົບ​ຊີ​ວະ​ພາບ​ນະ​ວັດ​ຕະ​ກຳ, ແມ່ນ​ແຫ່ງ​ນຳ​ໃຊ້ ແລະ ຫັນ​ບັນ​ດາ​ໝາກ​ຜົນ​ການ​ຄົ້ນ​ຄວ້າໃຫ້​ເປັນ​ການ​ຄ້າ.


top