ຂ່າວສານ

ກອງປະຊຸມສະຫລຸບ ແລະ ພົບປະສັງສັນກັບແບບຢ່າງກ້າວໜ້າໃນການປະຕິບັດ “ວັນປ້ອງກັນຊາຍແດນທົ່ວປວງຊົນ”

ຕອນເຊົ້າວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບ ແລະ ພົບປະສັງສັນແບບຢ່າງກ້າວໜ້າໃນການປະຕິບັດວັນປ້ອງກັນຊາຍແດນທົ່ວປວງຊົນໄລຍະ 2009 – 2019.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        ວຽກງານກໍ່ສ້າງ, ຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດຕ້ອງລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ, ຂອງທົ່ວພັກ, ທົ່ວກອງທັບ, ທົ່ວປະຊາຊົນ, ໃນນັ້ນ ປະຊາຊົນເປັນເຈົ້າກຳ “ປະຊາຊົນແຕ່ລະຄົນເປັນເສົາຫຼັກໝາຍມີຊີວິດ” ຢູ່ເຂດຊາຍແດນ, ກຳລັງປະກອບອາວຸດເປັນແກ່ນສານ, ທະຫານປ້ອງກັນຊາຍແດນແມ່ນກຳລັງສະເພາະກິດ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານ, ພັດທະນາເສດຖະກິດ - ສັງຄົມໃນບໍລິເວນຊາຍແດນ, ທະເລ, ໝູ່ເກາະ. ຖື້ນີ້ແມ່ນໜ້າທີ່ການເມືອງທັງແມ່ນພື້ນຖານ, ຍາວນານ, ທັງຮີບດ່ວນຂອງທຸກຂັ້ນ, ທຸກຂະແໜງ, ຂອງທຸກອົງການ, ຫົວໜ່ວຍ, ພະນັກງານ, ນັບຮົບທຸກຄົນໃນສະພາບປັດຈຸບັນ.

        ເນື່ອງໃນໂອກາດນີ້, 33 ໝູ່ຄະນະ ແລະ 4 ສ່ວນບຸກຄົນໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຍ້ອນມີຜົນງານດີເດັ່ນໃນການປະຕິບັດວັນປ້ອງກັນຊາຍແດນທົ່ວປວງຊົນໄລຍະປີ 2009 – 2019.

(ແຫຼ່ງຄັດຈາກ VOV)

 

 

top