ຂ່າວສານ

ກອງປະຊຸມສະມັດຊາໃຫຍ່ກິລາທະຫານສາກົນຄັ້ງທີ 74

ຕອນຄ່ຳວັນທີ 24 ເມສາ, ທີ່ນະຄອນ ໂຮ່ຈີມິນ, ກອງປະຊຸມສະມັດຊາໃຫຍ່ກິລາ ທະຫານສາກົນຄັ້ງທີ 74 ໄດ້ໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 340 ຄົນທີ່ມາຈາກ 91 ປະເທດສະມາຊິກຂອງສະພາກິລາທະຫານສາກົນ (CISM) ແລະ 3 ປະເທດສັງເກດການ.

ກອງປະຊຸມສະມັດຊາໃຫຍ່ກິລາທະຫານສາກົນຄັ້ງທີ 74 (ພາບ: qdnd.vn)

ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນຕີ ຫງວຽນເຕິນເກືອງ ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເນັ້ນໜັກວ່າ: ດ້ວຍຄວາມເປັນກຽດ, ຄວາມຮັບຜິດຊອບຂອງປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສຸມໃສ່ປະຕິບັດວຽກງານກະກຽມເປັນຢ່າງດີ ເພື່ອໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືໃນຂົງເຂດກິລາລະຫວ່າງກອງທັບປະຊາຊົນ ຫວຽດນາມ ກັບກອງທັບບັນດາປະເທດໃນພາກພື້ນ ແລະ ໂລກໃຫ້ຫລາຍກ່ວາອີກ.

        ກອງປະຊຸມສະມັດຊາໃຫຍ່ກິລາທະຫານສາກົນຄັ້ງທີ 74 ຖືກດຳເນີນໃນລະຫວ່າງວັນທີ 24 – 28 ເມສາ, ດ້ວຍບັນດາກອງປະຊຸມຂອງ CISM ບັນດາພາກພື້ນ, ຕີລາຄາການເຄື່ອນໄຫວຂອງສະພາໃນປີ 2018 ຄືນໃໝ່, ວາງອອດທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ. ໃນຂອບເຂດກອງປະຊຸມ ຍັງດຳເນີນບັນດາການເຄື່ອນໄຫວຄື: ແຂ່ງຂັນກິລາມິດຕະພາບ, ໄປຢ້ຽມຊົມທັດສະນີຍະພາບ, ເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳບາງແຫ່ງຢູ່ບໍລິເວນນະຄອນ ໂຮ່ຈີມິນ ແລະ ທ້ອງຖິ່ນຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)



top