ຂ່າວສານ

ກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV ໄຂຂຶ້ນໃນວັນທີ 5 ມັງກອນ

ຄາດວ່າ ມີມະຕິ 3 ສະບັບຈະໄດ້ຮັບຮອງເອົາ. ສະພາແຫ່ງຊາດກໍ່ພິຈາລະນາວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ບຸກຄະລາກອນຂຶ້ນກັບສິດອຳນາດຂອງ ສະພາແຫ່ງຊາດ
ທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ

ຕອນບ່າຍວັນທີ 3 ມັງກອນ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ປະກາດກ່ຽວກັບກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຕາມນັ້ນແລ້ວ, ກອງປະຊຸມວິສາມັນເທື່ອທີ 2 ຈະດຳເນີນກອງປະຊຸມຈັດກຽມໃນຕອນບ່າຍວັນທີ 4 ມັງກອນ ແລະ ໄຂຂຶ້ນໃນວັນທີ 5 ມັງກອນ. ຕາມການຄາດຄະເນໂຄງການດຳເນີນງານ, ສະພາແຫ່ງຊາດ ຈະໂຮມປະຊຸມໃນເວລາ 4 ມື້ (ຄາດວ່າ, ຈະອັດລົງໃນວັນທີ 9 ມັງກອນ 2023). ທີ່ກອງປະຊຸມວິສາມັນຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ). ຄາດວ່າ ມີມະຕິ 3 ສະບັບຈະໄດ້ຮັບຮອງເອົາ. ສະພາແຫ່ງຊາດກໍ່ພິຈາລະນາວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ບຸກຄະລາກອນຂຶ້ນກັບສິດອຳນາດຂອງ ສະພາແຫ່ງຊາດ. ທ່ານນາງ ຫງວຽນທິແທັງ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ, ໃຫ້ຮູ້ວ່າ:

“ຄາດວ່າ, ຈະມີເນື້ອໃນຍົກເລີກໜ້າທີ່ເປັນສະມາຊິກສະພາແຫ່ງຊາດ, ຍົກເລີກອາຍຸການ, ແຕ່ງຕັ້ງໃໝ່. ວຽກງານບຸກຄະລາກອນກໍ່ແມ່ນວຽກງານເປັນປະຈຳ, ດັ່ງນັ້ນ, ເລື່ອງເລືອກເຟັ້ນບຸກຄະລາກອນເພື່ອແຕ່ງຕັ້ງ ຫຼື ແທນໃຫ້ທັນການ ກໍ່ແມ່ນວຽກງານທຳມະດາ. ເລື່ອງຄົ້ນພົບຜູ້ມີຄວາມເກັ່ງກ້າສາມາດ, ຈັດສັນນຳໃຊ້ພະນັກງານຮັບປະກັນການແບກຮາບວຽກງານລວມຂອງປະເທດຊາດ ຫຼື ຂອງອົງການສຳນັກງານ”.


top