ຂ່າວສານ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ອັດລົງໃນຕອນບ່າຍວັນທີ 11 ມັງກອນ

ຕອນບ່າຍ, ສະພາແຫ່ງຊາດຈັດວາລະອັດກອງປະຊຸມ, ລົງຄະແນນສຽງຮັບຮອງເອົາ: ມະຕິວ່າດ້ວຍນະໂຍບາຍການເງິນ, ເງິນຕາ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. (ພາບ: TTXVN)

ວັນທີ 11 ມັງກອນ, ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ມື້ເຮັດວຽກທີ 5. ໃນຕອນເຊົ້າ, ບັນດາອົງການຂອງສະພາແຫ່ງຊາດໄດ້ລວບລວມ, ຮັບເອົາ, ອະພິປາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ສ້າງຮ່າງກົດໝາຍ, ມະຕິໃຫ້ສົມບູນແບບ. ຕອນບ່າຍ, ສະພາແຫ່ງຊາດຈັດວາລະອັດກອງປະຊຸມ, ລົງຄະແນນສຽງຮັບຮອງເອົາ: ມະຕິວ່າດ້ວຍນະໂຍບາຍການເງິນ, ເງິນຕາ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ…; ມະຕິກ່ຽວກັບແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງເໜືອ-ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025; ມະຕິທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ເກີນເທີ; ມະຕິກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຫຼັງຈາກນັ້ນ, ສະພາແຫ່ງຊາດຮັບຟັງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນອັດກອງປະຊຸມ.

        ວິທະຍຸກະຈາຍສຽງ ຫວຽດນາມ (ຊ່ອງ VOV1) ຈະອອກອາກາດສົດວາລະອັດກອງປະຊຸມເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມ.

(ແຫຼ່ງຄັດຈາກ VOV)


top