ຂ່າວສານ

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນຄັ້ງທີ 26 ອອກຖະແຫຼງການຮ່ວມ

      ຕອນເຊົ້າວັນທີ 28 ຕຸລາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີແຮງງານ ສະມາຄົມບັນດາ ອາຊຽນ ຄັ້ງທີ 26. ກອງປະຊຸມໄດ້ຈັດຕັ້ງຕາມຮູບການທາງອອນລາຍ, ໂດຍອິນໂດເນເຊຍເປັນປະທານ, ເຊິ່ງມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ ຮັບຜິດຊອບດ້ານແຮງງານຂອງບັນດາປະເທດສະມາຊິກ ອາຊຽນ, ເລຂາທິການໃຫຍ່ ອາຊຽນ ແລະ ຜູ້ແທນຂອງບັນດາປະເທດ.

ທ່ານ ຫງວຽນແມັງເກືອງ ຫົວໜ້າກົມຮ່ວມມືສາກົນ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແມັງເກືອງ ຫົວໜ້າກົມຮ່ວມມືສາກົນ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ເນັ້ນໜັກວ່າ:
            ຫວຽດນາມຫວັງວ່າ ດ້ວຍການປະຕິບັດເສັ້ນທາງແຫ່ງ ການຮ່ວມມືອາຊຽນນັບທັງ ດ້ານແຮງງານ ແລະ ສຶກສາຈະປະກອບສ່ວນເພີ່ມທະວີຄຸນນະພາບ ແລະ ລັກສະນະແກ້ງແຍ້ງ ຂອງຜູ້ອອກແຮງງານ ໃນສະພາບການ ແລະ ເງື່ອນໄຂໃໝ່ຂອງ ໂລກພວມປ່ຽນແປງວຽກເຮັດງານທຳ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາ ຈະປະສານງານ ແລະ ຮຽກຮ້ອງການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາປະເທດ ສະມາຊິກໃນການປະຕິບັດຖະແຫຼງການ ແລະ ເສັ້ນທາງນີ້ໃນໄລຍະຈະມາເຖິງ.
            ທີ່ກອງປະຊຸມ, ບັນດາລັດຖະມົນຕີ ແຮງງານ ອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບບັນດາສິ່ງທ້າທາຍທີ່ຍັງຄົງຕົວ ແລະ ເກີດຂຶ້ນໃນທົ່ວໂລກ ແລະ ໃນອາຊຽນຍ້ອນໂລກລະບາດ Covid – 19 ກໍ່ຂຶ້ນ. ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນໄດ້ເຫັນດີເປັນເອກະພາບ ອອກຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 26. ໃນນັ້ນຢັ້ງຢືນສືບຕໍ່ບັນດາຄວາມານະພະຍາຍາມສູງສຸດເພື່ອຊຸກຍູ້ສະຫວັດດີການ ແລະ ກຳລັງຄວາມສາມາດຂອງ ກຳລັງແຮງງານຢູ່ບັນດາປະເທດອາຊຽນ.
 (ແຫຼ່ງຄັດຈາກ VOV)
 
 


top