ຂ່າວສານ

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ + 3 ຄັ້ງທີ 11

      ຕອນບ່າຍວັນທີ 28 ຕຸລາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີແຮງງານ ອາຊຽນ + 3 ຄັ້ງທີ 11 ຕາມຮູບການທາງອອນລາຍ. ກອງປະຊຸມດັ່ງກ່າວ ໂດຍ ອິນໂດເນເຊຍ - ປະເທດເຈົ້າພາບຂອງກອງປະຊຸມເປັນປະທານ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ 10 ປະເທດສະມາຊິກ ອາຊຽນ, ຜູ້ແທນບັນດາປະເທດ, ຜູ້ແທນຂອງບັນດາປະເທດ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ແລະ ຄະນະເລຂາ ອາຊຽນ.
ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ
      ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຫັນດີສືບຕໍ່ປັບປຸງບັນດານະໂຍບາຍການຕະຫຼາດແຮງງານຢ່າງຕັ້ງໜ້າ ເພື່ອກະຕຸ້ນວຽກເຮັດງານທຳ ແລະ ຍົກສູງບັນດາມາດຖານຄວາມປອດໄພຫຼັກອະນາໄມດ້ານແຮງງານໃນພາກພື້ນ; ພ້ອມທັງສະແດງຄຳໝັ້ນສັນຍາຕໍ່ການຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ລະຫວ່າງ ບັນດາປະເທດ ອາຊຽນ ກັບ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ເພື່ອຍົກສູງຄວາມມີໄຫວພິບ ແລະ ຄວາມກ້າແກ່ນຂອງກຳລັງແຮງງານ, ກະກຽມໃຫ້ແກ່ບັນດາວິກິດການດ້ານເສດຖະກິດ - ສັງຄົມ ໃນອະນາຄົດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຄວາມມານະພະຍາຍາມ ພ້ອມກັບ ອາຊຽນ ເພື່ອແນໃສ່ຊຸກຍູ້ການປະຕິບັດ ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຕໍ່ການປ່ຽນແປງວຽກເຮັດງານທຳໃນໂລກ, ຖະແຫຼງການ ອາຊຽນ ກ່ຽວກັບການຊຸກຍູ້ວຽກເຮັດງານທຳ ຂຽວ ເພື່ອຄວາມຍຸຕິທຳ ແລະ ການເຕີບໂຕກວມລວມ, ຖະແຫຼງການຂອງບັນດາລັດຖະມົນຕີແຮງງານ ອາຊຽນ ກ່ຽວກັບອະນາຄົດຂອງວຽກເຮັດງານທຳ. ທ່ານ ດ່າວງອັກຢຸງ ກ່າວວ່າ:  
 “ຢູ່ຫວຽດນາມ, ພວກຂ້າພະເຈົ້າຖືວ່າ ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນ 1 ໃນ 3 ຍຸດທະສາດບຸກທະລຸໃນປັດຈຸບັນ ແລະ ອະນາຄົດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນຍຸດທະສາດກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2011 – 2020. ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ບາງດັດຊະນີກ່ຽວກັບບຸກຄະລາກອນຂອງ ຫວຽດນາມ ກໍບັນລຸອັນດັບສູງໃນພາກພື້ນ”.
      ສິ້ນສຸດກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມ.
 (ແຫຼ່ງຄັດຈາກ VOV)
 

top