ຂ່າວສານ

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 15 ອອກແຈ້ງການຮ່ວມ

ວັນທີ 09 ຕຸລາ, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 15 ຂອງ ອາຊຽນ ກ່ຽວກັບສິ່ງແວດລ້ອມ (AMME 15) ແລະ ກອງປະຊຸມ ອາຊຽນ ຄັ້ງທີ 15 ກ່ຽວກັບມົນລະພິດໝອກຄວັນຄວັນໄຟຂ້າມຊາຍແດນ ພ້ອມກັບບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຕັ້ງຢູ່ນະຄອນ ຊຽມຣຽບ, ກຳປູເຈຍ ໄດ້ອັດລົງດ້ວຍການອອກແຈ້ງການຮ່ວມ.

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 15 ອອກແຈ້ງການຮ່ວມ (ພາບ: TTXVN)

ເນື້ອໃນຕົ້ນຕໍຂອງແຈ້ງການຮ່ວມລວມມີ: ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ບັນດາຜົນງານ ແລະ ຄວາມກ້າວໜ້າທີ່ບັນລຸໄດ້ໃນການຮ່ວມມື ແລະ ປົກປັກຮັກສາສິ່ງແວດລ້ອມໃນບັນດາບັນຫາ, ພິເສດແມ່ນບັນດາບຸລິມະສິດ ແລະ ຂໍ້ລິເລີ່ມທີ່ໄດ້ປະຕິບັດໃນການຮັບປະກັນສິ່ງແວດລ້ອມໃຫ້ຍືນຍົງ, ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມໃນພາກພື້ນໃຫ້ຫລາຍກ່ວາອີກ.

        ກອງປະຊຸມກໍ່ຮັບຮູ້ບັນດາບັນຫາຫຼັກແຫຼ່ງ ແລະ ຫາກໍ່ພົ້ນເດັ່ນຂຶ້ນຄືການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດຂີ້ເຫຍື້ອທາງທະເລ ຍັງຄົງແມ່ນສິ່ງທ້າທາຍອັນໃຫຍ່ຫລວງ ຮຽກຮ້ອງໃຫ້ມີການຮ່ວມມືກະທຳຮ່ວມໃນພາກພື້ນ.

(ແຫຼ່ງຄັດຈາກ VOV)


top