ຂ່າວສານ

ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 37

      ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານພະລັງງານ ແນໃສ່ພັດທະນາການປະດິດຄິດສ້າງກ່ຽວກັບພະລັງງານໃນ ອາຊຽນ, ກໍ່ຄືກັບບັນດາປະເທດຄູ່ເຈລະຈາໃນໄລຍະຫັນປ່ຽນພະລັງງານໄປສູ່ສັງກາດພະລັງງານແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຊາ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ  ພາບ:TTXVN
      ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 37 (AMEM 37) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍຫົວຂໍ້ວ່າ: “ຊຸກຍູ້ການຫັນປ່ຽນພະລັງງານ ຜ່ານການພົວພັນຄູ່ຮ່ວມມື ແລະ ປະດິດຄິດສ້າງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 04 ກັນຍາ ຢ່າງເປັນທາງການ ຢູ່ນະຄອນຫລວງ ບາງກອກ ປະເທດ ໄທ. ທ່ານ ດັ້ງຮ່ວາງແອັງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
        ກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານພະລັງງານ ແນໃສ່ພັດທະນາການປະດິດຄິດສ້າງກ່ຽວກັບພະລັງງານໃນ ອາຊຽນ, ກໍ່ຄືກັບບັນດາປະເທດຄູ່ເຈລະຈາໃນໄລຍະຫັນປ່ຽນພະລັງງານໄປສູ່ສັງກາດພະລັງງານແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)


top