ຂ່າວສານ

ກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນ ເທື່ອທີ 6 ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ, ຢືນຢັນການຊຸກຍູ້ການເຕີບໂຕເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາວັດທະນະທຳຢູ່ພາກພື້ນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖ່າຍຮູບກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ) (ພາບ: thanhtra.com.vn)

ກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນ (ADGMIN) ເທື່ອທີ 6 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ອາຊຽນ ປັບໃຫ້ເໝາະສົມ: ຈາກການເຊື່ອມຕໍ່ພື້ນຖານໂຄງລ່າງ ຕະຫຼອດຮອດການເຊື່ອມຕໍ່ພູມປັນຍາ” ໄດ້ອັດລົງໃນວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ, ຢືນຢັນການຊຸກຍູ້ການເຕີບໂຕເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາວັດທະນະທຳຢູ່ພາກພື້ນ ຜ່ານບັນດາຄວາມມານະພະຍາຍາມລວມ ບົນຈິດໃຈສະເໝີພາບ ແລະ ຄູ່ຮ່ວມມື, ແນໃສ່ປັບປຸງພື້ນຖານໃຫ້ແກ່ປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້ ວັດທະນາຖາວອນ ແລະ ສັນຕິພາບ.

ຖະແຫຼງການ ຮ່າໂນ້ຍ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ແຮງການຫັນເປັນດີຈີຕອນກວມລວມ, ປອດໄພ ແລະ ຍືນຍົງຂອງ ອາຊຽນ ແລະ ມຸ່ງໄປເຖິງອະນາຄົດ ເພື່ອແນໃສ່ປະສານງານການຮ່ວມມືດີຈີຕອນ ແລະ ຮັບຮອງເອົາແຜນການລວມດີຈີຕອນ ອາຊຽນ ໄລຍະ 2026 – 2030 (ADM 2030) ເພື່ອສ້າງ ອາຊຽນ ໃຫ້ກາຍເປັນປະຊາຄົມດີຈີຕອນກວມລວມ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະດິດຄິດສ້າງ, ມອບສິດໃຫ້ແກ່ພົນລະເມືອງ ແລະ ວິສາຫະກິດພັດທະນາໃນພື້ນຖານເສດຖະກິດດີຈີຕອນທົ່ວໂລກ.


top