ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງຄັ້ງທີ10

      ຕອນບ່າຍວັນທີ 6 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບ ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ (LMI) ຄັ້ງທີ 10 ໄດ້ຮັບການຈັດຕັ້ງຢູ່ ມານີລາ, ປະເທດ ຟີລິບປິນ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ, ອາເມລິກາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ. 

ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ 
(ພາບ: ສຳນັກຂ່າວສານ ຫວຽດນາມ) 
      ບັນດາລັດຖະມົນຕີໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ, ເພື່ອແນໃສ່ໜູນຊ່ວຍບັນດາປະເທດເຂດລຸ່ມແມ່ນ້ຳຂອງ ເຊື່ອມໂຍງເຂົ້າກັບເສດຖະກິດໃນພາກພື້ນ ແລະ ພັດທະນາແບບຍືນຍົງ. ບັນດາລັດຖະມົນຕີກໍ່ເຫັນດີເພີ່ມທະວີການຮ່ວມມືໃນ 6 ເສົາຄ້ຳບຸລິມະສິດ (ເຊິ່ງລວມມີ: ການເຊື່ອມຕໍ່, ສິ່ງແວດລ້ອມ ແລະ ນ້ຳ, ການສຶກສາ, ສາທາລະນະສຸກ, ຄວາມໝັ້ນຄົງດ້ານພະລັງງານ, ການຄ້ຳປະກັນດ້ານສະບຽບອາຫານ ແລະ ກະສິກຳ) ເພື່ອປະຕິບັດສຳເລັດແຜນການເຄື່ອນໄຫວໄລຍະ 2016 -2018.
        ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະເໜີຂໍ້ລິເລີ່ມຂໍ້ມູນກ່ຽວກັບຊັບພະຍາກອນນ້ຳ ແມ່ຂອງ ເພື່ອແນໃສ່ໜູນຊ່ວຍບັນດາປະເທດ ເຂດລຸ່ມແມ່ນ້ຳຂອງໃນວຽກງານຮັບເອົາ, ແບ່ງປັນຂໍ້ມູນຂ່າວສານ, ຮັບໃຊ້ການຄຸ້ມຄອງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຊົມເຊີຍບັນດາຜົນງານສຳຄັນໃນການຮ່ວມມືໃນຂໍ້ລິເລີ່ມ ເຂດລຸ່ມແມ່ນ້ຳຂອງ , ຢືນຢັນວ່າ ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດ ແມ່ນ້ຳຂອງ ແລະ ອາເມລິກາ ຊຸກຍູ້ການຮ່ວມມືເພື່ອການພັດທະນາແບບຍືນຍົງຢູ່ພາກພື້ນແມ່ນ້ຳຂອງ.
 (ແຫຼ່ງຄັດຈາກ VOV)

top