ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດ G7 ປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ເອີລົບ ແລະ ມະຫາສະໝຸດ ອິນເດຍ

ຄວາມໝັ້ນຄົງຢູ່ Karuizawa ໄດ້ເພີ່ມທະວີສຳລັບບັນດາເຫດການ, ພິເສດແມ່ນພາຍຫຼັງເຫດລະເບີດເກີດຂຶ້ນຢູ່ສະຖານທີ່ແຫ່ງໜຶ່ງຢູ່ Wakayama.
  ພາບປະກອບຈາກ TTXVN   

“ຄວາມໝັ້ນຄົງ ເອີລົບ ແລະ ພາກພື້ນ ມະຫາສະໝຸດ ອິນເດຍ” ແມ່ນຈຸດສຸມຂອງການປຶກສາຫາລືຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ຊຶ່ງໄຂຂຶ້ນໃນວັນທີ 16 ເມສາ, ຢູ່ນະຄອນ Karuizawa, ປະເທດ ຍີ່ປຸ່່ນ. ເຫດການຖືກຈັດຂຶ້ນໃນສະພາບການຄວາມໝັ້ນຄົງທົ່ວໂລກເຄັ່ງຮ້ອນຢ່າງບໍ່ຢຸດຢັ້ງ ໃນຊຸມວັນຜ່ານມາ ຈາກການປະທະກັນຢູ່ ຢູແກຼນ, ສປປ ເກົາຫຼີ ທົດລອງລູກສອນໄຟຂ້າມທະວີບ ຕະຫຼອດຮອດການພົວພັນກັບ ຈີນ. ຄວາມໝັ້ນຄົງຢູ່ Karuizawa ໄດ້ເພີ່ມທະວີສຳລັບບັນດາເຫດການ, ພິເສດແມ່ນພາຍຫຼັງເຫດລະເບີດເກີດຂຶ້ນຢູ່ສະຖານທີ່ແຫ່ງໜຶ່ງຢູ່ Wakayama, ເຊິ່ງເປັນບ່ອນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ມີບົດປາໄສ.

ກອງປະຊຸມລັດຖະມົນຕີການຕ່າງປະເທດ G7 ແມ່ນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ G7 ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida  ເປັນປະທານ, ຄາດວ່າຈັດຂຶ້ນຢູ່ນະຄອນ Hiroshima ແຕ່ວັນທີ 19 -21 ພຶດສະພາ. ດ້ວຍຖານະເປັນປະເທດເຈົ້າພາບປີນີ້, ຍີ່ປຸ່ນ ຢາກນຳໂຄງການດຳເນີນງານມຸ່ງໄປສູ່ບັນດາສິ່ງທ້າທາຍພາກພື້ນ, ພ້ອມທັງຖືການປະທະກັນຢູ່ ຢູແກຼນ ແມ່ນບັນຫາທົ່ວໂລກ ຫາກບໍ່ແມ່ນບັນຫາຂອງສະເພາະ ເອີລົບ.

 


top