ຂ່າວສານ

ກອງປະຊຸມລັດຖະມົນຕີ G77: ຫວຽດນາມ ຮຽກຮ້ອງຜ່ານຜ່າສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

ບັນດາປະເທດສະມາຊິກ G77 ຕ້ອງຮ່ວມແຮງຮ່ວມໃຈຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກ, ທ້າທາຍໃນປະຈຸບັນ, ຍົກສູງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນ.
  ທ່ານນາງ ຫວຽນມິນຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: TTXVN)  

ແຕ່ວັນທີ 15 – 16 ທັນວາ, ກອງປະຊຸມພິເສດລັດຖະມົນຕີກຸ່ມບັນດາປະເທດພວມພັດທະນາ G77 ແລະ ຈີນ ເຊິ່ງດຳເນີນຢູ່ສຳນັກງານສະຫະປະຊາຊາດ, ຢູ່ ນິວຢອກ, ປະເທດ ອາເມລິກາ ຕາມຂໍ້ລິເລີ່ມຂອງ ປາກິດສະຖານ - ປະເທດປະທານ G77 ປີ 2022. ກອງປະຊຸມໄດ້ຈັດຂຶ້ນເພື່ອຊອກຫາມາດຕະການແກ້ໄຂ “ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG): ແກ້ໄຂສິ່ງທ້າທາຍໃນປະຈຸບັນ ແລະ ຮັບມືກັບວິກິດການໃນອະນາຄົດ”.

ເຂົ້າຮ່ວມກອງປະຊຸມມີຜູ້ແທນກວ່າ 300 ທ່ານ, ທີ່ມາຈາກ 131 ປະເທດສະມາຊິກກຸ່ມ G77 ແລະ ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງສະຫະປະຊາຊາດ. ທ່ານນາງ ຫວຽນມິນຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫວຽນມິນຮັ່ງ ຖືວ່າ ບັນດາປະເທດສະມາຊິກ G77 ຕ້ອງຮ່ວມແຮງຮ່ວມໃຈຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກ, ທ້າທາຍໃນປະຈຸບັນ, ຍົກສູງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນ. ທ່ານນາງ ກໍ່ເນັ້ນໜັກເຖິງບົດບາດກຳລັງໜູນຂອງການຄ້າ ແລະ ການລົງທຶນໃນການຊຸກຍູ້ການເຕີບໂຕເສດຖະກິດ, ພັດທະນາແບບຍືນຍົງ ແລະ ກວມລວມ, ຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.


top