ຂ່າວສານ

ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 32

      ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 (AMM32) ດຳເນີນໃນຕອນຄ່ຳວັນທີ 08 ພະຈິກ ຢູ່ ນິວຊີແລນ.
ຝ່າຍ ຫວຽດນາມ ເຂົ້າຮ່ວມວາລະເຮັດວຽກ
(ພາບ: congthuong.vn)
      ວາລະເຮັດວຽກຄັ້ງທີ 1 ໃນວັນທີ 08 ພະຈິກ, ຜູ້ແທນໄດ້ປຶກສາຫາລືກ່ຽວກັບວິທີຍູ້ໄວການຟື້ນຟູເສດຖະກິດ ຜ່ານບັນດາການເຄື່ອນໄຫວ/ຂໍ້ລິເລີ່ມດ້ານການຄ້າ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເນັ້ນໜັກເຖິງ 3 ບຸລິມະສິດຂອງຫວຽດນາມ ໃນວິວັດທະນາການສ້າງສາ ແລະ ຟື້ນຟູເສດຖະກິດ, ການຄ້າ, ການລົງທຶນ ຢູ່ພາຍໃນປະເທດຄືນໃໝ່ ກໍ່ຄືປະກອບສ່ວນເຂົ້າໃນການຟື້ນຟູລວມຂອງພາກພື້ນ APEC. ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຊິກອົງການການຄ້າໂລກ (WTO) ເພື່ອຊຸກຍູ້ການຜັນຂະຫຍາຍ ແລະ ບັນລຸໝາກຜົນຢ່າງແທດຈິງ, ມີຄວາມໝາຍທີ່ກອງປະຊຸມລັດຖະມົນຕີການຄ້າ WTO ຄັ້ງທີ 12 (MC12) ຈະມາເຖິງ.
        “ຫວຽດນາມ ສະໜັບສະໜູນບັນດາສະມາຊິກຍົກອອກຂໍ້ລິເລີ່ມ ເພື່ອແນໃສ່ຮັບມືກັບໂລກລະບາດ, ພ້ອມທັງຍູ້ແຮງວິວັດທະນາການແລກປ່ຽນ, ເຈລະຈາໜູນຊ່ວຍສິນໃນນ້ຳ, ກະສິກຳ ແລະ ການປະຕິຮູບ WTO ເພື່ອມຸ່ງໄປເຖິງໝາກຜົນລະອຽດ ແລະ ສາມາດເປັນໄປໄດ້ທີ່ສຸດຂອງກອງປະຊຸມ MC12. ກໍ່ຄືຊຸມປີກ່ອນນີ້, ໃນປີ 2021, APEC ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ການພັດທະນາຂອງລະບົບການຄ້າຫຼາຍຝ່າຍເວົ້າລວມ ແລະ WTO ເວົ້າສະເພາະ ຜ່ານການເຄື່ອນໄຫວແທດຈິງຫຼາຍຢ່າງ.”
        ວາລະເຮັດວຽກຄັ້ງທີ 2 (ວັນທີ 09 ພະຈິກ), ບັນດາລັດຖະມົນຕີຈະປຶກສາຫາລືກ່ຽວກັບການຊຸກຍູ້ການຟື້ນຟູເສດຖະກິດ ຜ່ານເຄື່ອງມືຮ່ວມມືດ້ານເສດຖະກິດ-ເຕັກນິກ.
(ແຫຼ່ງຄັດຈາກ VOV)


top