ຂ່າວສານ

ກອງປະຊຸມພິເສດລັດຖະມົນຕີແຮງງານອາຊຽນກ່ຽວກັບການຮັບມືກັບຜົນກະທົບຂອງໂລກລະບາດ Covid – 19

      ຕອນບ່າຍວັນທີ 14 ພຶດສະພາ, ກອງປະຊຸມພິເສດລັດຖະມົນຕີກະຊວງແຮງງານອາຊຽນ ກ່ຽວກັບການຮັບມືກັບຜົນກະທົບຕໍ່ບັນຫາວຽກເຮັດງານທຳຂອງໂລກລະບາດ Covid – 19 ເຊິ່ງໄດ້ຈັດຂຶ້ນທາງອອນລາຍໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ. 

ທ່ານດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄ້າ ແລະ ສັງຄົມ ຫວຽດນາມ
(ພາບ: TTXVN)
      ທີ່ກອງປະຊຸມລັດຖະມົນຕີແຮງງານບັນດາປະເທດສະມາຊິກອາຊຽນໄດ້ພ້ອມກັນແບ່ງປັນຂໍ້ມູນກ່ຽວກັບນະໂຍບາຍ, ແຜນການ ແລະ ບັນດາການໜູນຊ່ວຍສັງຄົມຂອງແຕ່ລະປະເທດ ເພື່ອຮັບມືກັບຜົນກະທົບຂອງໂລກລະບາດ Covid – 19ສຳລັບຄົນງານ. ບັນດາລັດຖະມົນຕີແຮງງານອາຊຽນກໍ່ຍົກອອກບັນດາຂໍ້ສະເໜີແນະຕໍ່ບັນດາ ການເຄື່ອນໄຫວລວມຂອງ ອາຊຽນ ກ່ຽວກັບຜົນກະທົບຂອງໂລກລະບາດ Covid – 19 ຕໍ່ແຮງງານ ແລະ ບັນຫາວຽກເຮັດງານທຳ.
        ດ້ວຍຄວາມເຫັນດີເຫັນພ້ອມ ແລະ ການໃຫ້ຄຳໝັ້ນສັນຍາສູງຂອງແຕ່ລະປະເທດ. ຖະແຫຼງການຮ່ວມຂອງບັນດາລັດຖະມົນຕີແຮງງານອາຊຽນກ່ຽວກັບການຮັບມືກັບບັນດາຜົນກະທົບຂອງໂລກລະບາດໄດ້ຮັບຮອງເອົາຢູ່ກອງປະຊຸມ. ຖະແຫຼງການໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ຊຸກຍູ້ບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳຕໍ່ບັນດາຜົນກະທົບຂອງໂລກລະບາດ Covid – 19
 (ແຫຼ່ງຄັດຈາກ VOV)


top