ຂ່າວສານ

ກອງປະຊຸມຜູ້ບັນຊາການທະຫານບົກ ອາຊຽນ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ຜູ້ບັນຊາການທະຫານບົກ ຂອງ 10 ປະເທດ ອາຊຽນ ໄດ້ເປັນເອກະສັນຢຸດຕິການຈັດຕັ້ງລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ 2020 ເປັນການຊົ່ວຄາວ ແລະ ຕົກລົງຈັດຕັ້ງກອງປະຊຸມຫຼາຍຝ່າຍ ຜູ້ບັນຊາການທະຫານບົກ ອາຊຽນ ຜ່ານທາງອອນລາຍ ໃນເດືອນພະຈິກ 2020. 

ກອງປະຊຸມຜູ້ບັນຊາການທະຫານບົກ ອາຊຽນ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ຖືກຈັດຂຶ້ນຜ່ານທາງອອນລາຍ (ພາບ: qdnd.vn)
      ວັນທີ 9 ກໍລະກົດ, ບຣູໄນ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ຜູ້ບັນຊາການທະຫານບົກ ອາຊຽນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຈັດຕັ້ງ ລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ; ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງປີ 2020 ແລະ 2021; ແລກປ່ຽນບົດຮຽນ, ປະສົບການກ່ຽວກັບບັນຫາລວມ, ໂລກລະບາດໂຄວິດ - 19. ນີ້ແມ່ນຄັ້ງທໍາອິດທີ່ ກອງປະຊຸມດັ່ງກ່າວ ໄດ້ຮັບການຈັດຕັ້ງຜ່ານທາງອອນລາຍ. ທີ່ກອງປະຊຸມ, ບັນດາຜູ້ບັນຊາການທະຫານບົກ ອາຊຽນ ໄດ້ເຕື້ອງເຖິງຄວາມຕ້ອງການຮ່ວມມື, ໜູນຊ່ວຍລະຫວ່າງກໍາລັງທະຫານບົກຂອງບັນດາປະເທດ ອາຊຽນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ,ເພີ່ມທະວີຄວາມສາມັກຄີ, ຮ່ວມມືກັນດໍາເນີນມາດຕະການຮັບມືໃຫ້ເໝາະສົມ. ຜູ້ບັນຊາການທະຫານບົກ ຂອງ 10 ປະເທດ ອາຊຽນ ໄດ້ເປັນເອກະສັນຢຸດຕິການຈັດຕັ້ງລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ 2020 ເປັນການຊົ່ວຄາວ ແລະ ຕົກລົງຈັດຕັ້ງກອງປະຊຸມຫຼາຍຝ່າຍ ຜູ້ບັນຊາການທະຫານບົກ ອາຊຽນ ຜ່ານທາງອອນລາຍ ໃນເດືອນພະຈິກ 2020. 
(ແຫຼ່ງຄັດຈາກ VOV)


top