ຂ່າວສານ

ກອງປະຊຸມຜັນຂະຫຍາຍໜ້າທີ່ຂົງເຂດແຮງງານ - ຜູ້ມີຄຸນງາມຄວາມດີແລະສັງຄົມປີ 2020

      ທາງກະຊວງຄວນລົງທຶນໃສ່ກຳລັງຄວາມຄິດ, ຊອກຫາ ເພື່ອຄົ້ນຄວ້າສ້າງຍຸດທະສາດໄລຍະຍາວພັດທະນາຂະແໜງໃຫ້ສະເໝີກັນ

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ)
      ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ຂົງເຂດແຮງງານ - ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2020. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ທາງກະຊວງຄວນລົງທຶນໃສ່ກຳລັງຄວາມຄິດ, ຊອກຫາ ເພື່ອຄົ້ນຄວ້າສ້າງຍຸດທະສາດໄລຍະຍາວພັດທະນາຂະແໜງໃຫ້ສະເໝີກັນ, ມີຄວາມກົມກຽວລະຫວ່າງການຮັບປະກັນຊີວິດສັງຄົມເວົ້າສະເພາະ ແລະ ພັດທະນາຕະຫຼາດແຮງງານໃຫ້ນັບມື້ນັບເປັນຫຼາຍຮູບຫຼາຍແບບ…
          ກ່ຽວກັບທິດທາງໜ້າທີ່ໃນປີ 2020, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ຮຽກຮ້ອງວ່າ:
          “ກະຊວງຄວມເອົາໃຈໃສ່ ແລະ ເພີ່ມທະວີວຽກງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ; ສຸມໃສ່ແກ້ໄຂ, ເຮັດໃຫ້ບັນດາບັນຫາສັງຄົມທີ່ເຄັ່ງຮ້ອນ, ຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດເອົາໃຈໃສ່ໃຫ້ມີການເຫັນປ່ຽນຢ່າງຫັນໄດ້ຊັດ. ພ້ອມທັງ, ຕ້ອງປະຕິບັດວຽກງານໂຄສະນາໃຫ້ເປັນຢ່າງດີ ເພື່ອແຈ້ງຂໍ້ມູນ, ອະພິປາຍ, ລາຍງານຕໍ່ປະຊາຊົນຢ່າງທັນການບັນດາໝາກຜົນທີ່ຕັ້ງໜ້າ, ບັນດາສິ່ງທີ່ຍັງຄົງຄ້າງ ກໍຄືແຜ່ຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ… ຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງ, ຖືກຕ້ອງ, ແບ່ງປັນ ແລະ ສ້າງຄວາມເຫັນດີເຫັນພ້ອມສູງໃນການປະຕິບັດ”.
 (ແຫຼ່ງຄັດຈາກ VOV)
 


top