ຂ່າວສານ

ກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດ

      ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດດ້ວຍຫົວຂໍ້ວ່າ “ຮ່ວມເດີນທາງພ້ອມກັບວິສາຫະກິດ”
ກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດ (ພາບ: ຫວຽດນາມ+)
      ເຂົ້າຮ່ວມກອງປະຊຸມມີທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ; ບັນດາສະມາຊິກລັດຖະບານ, ບັນດາອົງການການເງິນໃຫຍ່; ບັນດາສະຫະສະມາຄົມ, ສະມາຄົມອາຊີບ ແລະ ນັກທຸລະກິດລວມ 2.000 ຄົນເຂົ້າ. ກ່າວຄຳເຫັນໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ:
        “ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືແຜນການດຳເນີນງານໃນໄລຍະຈະມາເຖິງ ເພື່ອໃຫ້ມີບາດກ້າວກະໂດດຂັ້ນໃນການພັດທະນາວິສາຫະກິດ. ດັ່ງນັ້ນ ລັດຖະບານປາດຖະໜາຢາກໄດ້ຮັບບັນດາຄຳເຫັນຢ່າງກົງໄປກົງມາຈາກວິສາຫະກິດ, ບັນດາຜູ້ໄດ້ຜ່ານພຶດຕິກຳຕົວຈິງ ແລະ ເຂົ້າໃຈແຈ້ງສະພາບແວດລ້ອມແຫ່ງການແກ່ງແຍ້ງທີ່ໜ້າຈັບໃຈນີ້. ຈິດໃຈຂອງກອງປະຊຸມແມ່ນກົງໄປກົງມາ, ຈິງໃຈ ແລະ ສ້າງສັນ”.
        ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າວິສາຫະກິດຫລາຍທ່ານ ສະເໜີແກ້ໄຂບັນດາຄວາມຫຍຸ້ງຍາກຂອງວິສາຫະກິດກ່ຽວກັບການສຳພັດແຫຼ່ງກຳລັງທີ່ດິນ, ເງິນທຶນ…ທ່ານ ຫງວຽນວັນຖາວ ຜູ້ອຳນວຍການບໍລິສັດຝຸ່ນເຄມີ ຫວຽດໝີ ຈຳກັດໃຫ້ຮູ້ວ່າ:
        “ມື້ນີ້ເຂົ້າຮ່ວມກອງປະຊຸມນາຍົກລັດຖະມົນຕີຮ່ວມເດີນທາງພ້ອມກັບວິສາຫະກິດ, ນີ້ແມ່ນສິ່ງໜ້າຈັບໃຈ. ນີ້ແມ່ນກຳລັງໜູນຕໍ່ບັນດາວິສາຫະກິດຄືດັ່ງພວກຂ້າພະເຈົົ້າ ເພື່ອເຄື່ອນໄຫວ ແລະ ມີຄວາມເຊື່ອໝັ້ນຕໍ່ລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ. ແນ່ນອນວ່າ ພາຍຫລັງກອງປະຊຸມນີ້ ທ່ານນາຍົກລັດຖະມົນຕີຈະມີການຊີ້ນຳລະອຽດ ແລະ ຫວັງວ່າ ມອບຄວາມຮັບຜິດຊອບລະບົບຄຸ້ມຄອງບໍລິຫານປະຕິບັດບັນດາມະຕິ, ຄຳສັ່ງຂອງລັດຖະບານວາງອອກສຳລັບວິສາຫະກິດ”.
 (ແຫຼ່ງຄັດຈາກ VOV)

top