ຂ່າວສານ

ກອງປະຊຸມນັດສາມັນເດືອນເມສາຂອງລັດຖະບານ

      ກອງປະຊຸມນັດສາມັນເດືອນເມສາ ຂອງລັດຖະບານຫວຽດນາມ ໄດ້ດຳເນີນໃນວັນທີ 04 ພຶດສະພາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
(ພາບປະກອບ)
      ທີ່ກອງປະຊຸມ, ລັດຖະບານໄດ້ຕີລາຄາຄືນສະພາບການດ້ານເສດຖະກິດ - ສັງຄົມ ຂອງເດືອນເມສາ, ຍົກອອກບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂໃຫ້ເສດຖະກິດພັດທະນາ ກໍຄືຮັບປະກັນການໜູນຊ່ວຍສັງຄົມ ເພື່ອໃຫ້ຫວຽດນາມ ປະຕິບັດຖືກຕາມເປົ້າໝາຍເສດຖະກິດພັດທະນາແບບຍືນຍົງ.
        ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ສະພາບການດ້ານເສດຖະກິດ, ສັງຄົມຂອງຫວຽດນາມ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ດັດສະນີລາຄາໃຊ້ສອຍ (CPI) ເດືອນເມສາ 2019 ເພີ່ມຂຶ້ນ 0,31% ເມື່ອທຽບໃສ່ເດືອນມີນາ.
 (ແຫຼ່ງຄັດຈາກ VOV)


top