ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ຫ້ອງປະຊຸມ ຢ້ຽນຮົ່ງ, ຫໍສະພາແຫ່ງຊາດ, ເຊື່ອມຕໍ່ທາງໄກກັບ 27.248 ສະຖານທີ່ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ…
ຕອນເຊົ້າວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 79 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດພາກລັດ ແລະ ມະຕິເລກທີ 80 ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ. ທ່ານ ໂລເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ພ້ອມກັນເຂົ້າຮ່ວມມີ ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກີມຕູ, ຄະນະເລຂາທິການສູນກາງ.
ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ຫ້ອງປະຊຸມ ຢ້ຽນຮົ່ງ, ຫໍສະພາແຫ່ງຊາດ, ເຊື່ອມຕໍ່ທາງໄກກັບ 27.248 ສະຖານທີ່ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ…
ກ່ຽວກັບມະຕິເລກທີ 79, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ເສດຖະກິດພາກລັດ ພ້ອມກັບເສດຖະກິດພາກເອກະຊົນ ໄດ້ສ້າງເປັນ 2 ເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ເສດຖະກິດພາກລັດ ຕ້ອງແມ່ນບ່ອນອີງນຳພາເສດຖະກິດພາກເອກະຊົນ. ເສດຖະກິດພາກລັດແຂງແຮງເພື່ອກາຍເປັນ “ຖານ”, “ເປີດທາງ” ແລະ “ຕໍ່ກຳລັງແຮງ” ເພື່ອໃຫ້ວິສາຫະກິດພາກເອກະຊົນເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງກວ່າ ແລະ ພັດທະນາອຸດສາຫະກຳໜູນຊ່ວຍ, ຍົກອັດຕາສ່ວນການຫັນເປັນການຜະລິດພາຍໃນປະເທດ, ຈາກນັ້ນ ກໍສ້າງເປັນບັນດາກຸ່ມເຊື່ອມຕໍ່ກັບຂະແໜງນຳໜ້າເພື່ອໃຫ້ມີກຳລັງແກ່ງແຍ້ງໃນພາກພື້ນ ແລະ ທົ່ວໂລກ”.
ສຳລັບມະຕິເລກທີ 80, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ວັດທະນະທຳບໍ່ພຽງແຕ່ຮ່ວມເດີນທາງກັບການພັດທະນາເທົ່ານັ້ນ, ຫາກຍັງຕ້ອງຢືນຢູ່ “ທີ່ຕັ້ງພາທາງ”, ແມ່ນພື້ນຖານກຳນົດຮູບແບບຄຸນນະພາບຂອງມະນຸດ ແລະ ຄຸນນະພາບແຫ່ງຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ມະຕິ 2 ສະບັບນີ້ບໍ່ພຽງແຕ່ແມ່ນ 2 ໝວດໜ້າທີ່ໄປພ້ອມກັນເທົ່ານັ້ນ, ຫາກຍັງເປັນໂຄງສ້າງພັດທະນາໜຶ່ງດຽວ, ເພີ່ມເຕີມ ແລະ ໜູນຊ່ວຍເຊິ່ງກັນແລະກັນ.
“ສິ່ງສຳຄັນທີ່ສຸດແມ່ນການຈັດຕັ້ງປະຕິບັດ. ຊາບຊຶມມະຕິເພື່ອມີການກະທຳ, ການກະທຳແມ່ນເພື່ອສ້າງການຫັນປ່ຽນ, ຫັນປ່ຽນເພື່ອໃຫ້ປະຊາຊົມມີຄວາມຮູ້ສຶກໄດ້ໃນຊີວິດປະຈຳວັນ, ໃນຕົວຈິງ. ສະນັ້ນ, ຂ້າພະເຈົ້າສະເໜີວ່າ ພາຍຫຼັງກອງປະຊຸມນີ້, ຄະນະພັກທຸກຂັ້ນ, ອົງຄະນະພັກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງສ້າງໂຄງການກະທຳ, ແຜນການຜັນຂະຫຍາຍໃຫ້ລະອຽດ”.
ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ມະຕິ 2 ສະບັບດັ່ງກ່າວຈະໄດ້ນຳເຂົ້າໃນຊີວິດຢ່າງວ່ອງໄວ, ສ້າງການຫັນປ່ຽນຢ່າງເຫັນໄດ້ຊັດ, ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງຍືນຍົງ, ເອກະລາດ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງໃນໄລຍະໃໝ່.