ຂ່າວສານ

ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງປີ 2018

ຕອນບ່າຍວັນທີ 05 ກໍລະກົດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງປີ 2018

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ສືບຕໍ່ດຳເນີນບັນດາວາລະປຶກສາຫາລືບັນດາບັນຫາ ແລະ ມາດຕະການ ເພື່ອຊຸກຍູ້, ຍົງສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ການພັດທະນາແບບຍືນຍົງ ກໍ່ຄືບັນດາມາດຕະການ ເພື່ອຍູ້ໄວວິວັດທະນາການປະຕິບັດຍຸດທະສາດການເຕີບໂຕຂຽວ ແລະ ການພັດທະນາແບບຍືນຍົງ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

        “ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ແຜນນະໂຍບາຍພັດທະນາເສດຖະກິດໄປຄຽງຄູ່ກັບການພັດທະນາສິ່ງແວດລ້ອມ, ມຸ່ງໄປເຖິງຄວາມຮຽກຮ້ອງຕ້ອງການສູງໃນການພັດທະນາແບບຍືນຍົງ. ສະນັ້ນ, 17 ເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແມ່ນການເຈາະຈີ້ມກ່ຽວກັບດ້ານຍຸດທະສາດ ເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດປະຕິຮູບ ແລະ ພັດທະນາຂອງຕົນ, ປະສານສົມທົບກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ເຂົ້າໃນບັນດາແຜນການດຳເນີນງານ. ຫວຽດນາມ ເຊື່ອໝັ້ນວ່າ ຈະບັນລຸໄດ້ ແລະ ຊ້ຳບໍ່ໜຳຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດກ່ອນປີ 2030.

        ແລະກໍ່ໃນກອງປະຊຸມ, ບັນດານັກປາຖາກະຖາໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງແຮງວ່າ ຫວຽດນາມ ຈະເຕີບໂຕໄວ ແລະ ກາຍເປັນປະເທດທີ່ມີລາຍຮັບປານກາງສູງໃນຮອບ 20 ປີຈະມາເຖິງ ດ້ວຍບັນດາຜົນງານທີ່ເປັນໜ້າປະທັບໃຈກ່ຽວກັບຄວາມສະເໝີພາບ, ມີຄວາມຍຸຕິທຳທາງສັງຄົມ ແລະ ການຄຸ້ມຄອງລັດຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)



top