ຂ່າວສານ

ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາເສດຖະກິດ, ສັງຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ກອງປະຊຸມເພື່ອແນໃສ່ຊາບຊຶມຢ່າງເລິກເຊິ່ງ, ກວ້າງຂວາງໃນລະບົບການເມືອງ ແລະ ທົ່ວປະເທດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ກອງປະຊຸມເພື່ອແນໃສ່ຊາບຊຶມຢ່າງເລິກເຊິ່ງ, ກວ້າງຂວາງໃນລະບົບການເມືອງ ແລະ ທົ່ວປະເທດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

    

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະະ ບັນດາການນຳເຂົ້າຮ່ວມກອງປະຊຸມ. (ພາບ: TTXVN)

ຕອນເຊົ້າວັນທີ 22 ເມສາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂາໄດ້ຈັດກອງປະຊຸມທົ່ວປະເທດໂດຍກົງ ສົມທົບກັບທາງໄກ ເພື່ອຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິເລກທີ 13 ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສຊີ້ນຳສຳຄັນທີ່ກອງປະຊຸມນີ້. ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ ມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢືນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດເຕັມໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ການປະຕິວັດ, ອົງອາດກ້າຫານ ແລະ ສະຫງ່າລາສີ. ມະຕິຄັ້ງນີ້ໄດ້ກຳນົດແຈ້ງເປົ້າໝາຍລວມ ແລະ ບາງຄາດໝາຍລະອຽດ ສູ້ຊົນຮອດປີ 2030: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດຊີວະພາບ, ສີວິໄລ ແລະ ຍືນຍົງ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງແມ່ນ້ຳລຳເຊ; ແມ່ນສູນກາງເສດຖະກິດກະສິກຳແບບຍືນຍົງ, ຂະຫຍັນຂັນເຄື່ອນ ແລະ ບັນລຸປະສິດທິຜົນສູງຂອງຊາດ, ພາກພື້ນ ແລະ ໂລກ. ຮອດປີ 2045, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດພັດທະນາຢ່າງຮອບດ້ານ, ຊີວະພາບ, ສີວິໄລ ແລະ ຍືນຍົງ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳແມ່ນ້ຳລຳເຊ; ມີລະດັບພັດທະນາດີພໍສົມຄວນເມື່ອທຽບໃສ່ທົ່ວປະເທດ; ພື້ນຖານໂຄງລ່າງເສດຖະກິດ - ສັງຄົມຄົບຊຸດ, ທັນສະໄໝ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງວ່າ ພາຍຫຼັງກອງປະຊຸມນີ້, ທຸກຂັ້ນ, ທຸກຂະແໜງການ, ບັນດາອົງການ, ຫົວໜ່ວຍໃນທົ່ວລະບົບການເມືອງຂອງທຸກທ້ອງຖິ່ນໃນເຂດ ຈົ່ງຮີບເຮັ່ງສ້າງແຜນການກະທຳ.

  ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນບໍລິເວນມີທີ່ຕັ້ງຍຸດທະສາດພິເສດສຳຄັນ, ຕິດກັບນະຄອນ ໂຮ່ຈີມິນ ແລະ ເຂດທົ່ງພຽງທາງທິດຕາເວັນອອກ ພາກໃຕ້; ທາງທິດເໜືອຕິດກັບປະເທດ ກຳປູເຈຍ, ທາງທິດຕາເວັນຕົກສ່ຽງໃຕ້ຕິດກັບເຂດອ່າວ ໄທ, ທາງທິດຕາເວັນອອກພາກໃຕ້ແມ່ນທະເລຕາເວັນອອກ, ສະນັ້ນຈຶ່ງມີທີ່ຕັ້ງພູມສາດການເມືອງ, ພູມສາດເສດຖະກິດ ແລະ ພູມສາດການທະຫານສຳຄັນທີ່ສຸດຂອງທົ່ວປະເທດ.

(ແຫຼ່ງຄັດຈາກ VOV)


top