ຂ່າວສານ

ກອງປະຊຸມທາງໄກທົ່ວປະເທດ “ສະຫລຸບ 10 ປີແຫ່ງວັນປະຕິບັດມະຕິກອງປະຊຸມໃຫຍ່ສູນກາງພັກຄັ້ງທີ 5 ຊຸດທີ 11”

ບົດລາຍງານ ແລະ ບັນດາບົດທາບທາມຄວາມເຫັນທີ່ກອງປະຊຸມ ໄດ້ສະແດງໃຫ້ເຫັນໝາກຜົນແຫ່ງການປະຕິບັດບັນດານະໂຍບາຍສັງຄົມ 10 ປີຜ່ານມາ ບັນລຸໄດ້ຫຼາຍຜົນສຳເລັດສຳຄັນ.
  ກອງປະຊຸມທາງໄກທົ່ວປະເທດ “ສະຫລຸບ 10 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ກ່ຽວກັບ ບາງບັນຫານະໂຍບາຍສັງຄົມ  

ຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ສະພາທິດສະດີສູນກາງ ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກທົ່ວປະເທດ “ສະຫລຸບ 10 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ກ່ຽວກັບ ບາງບັນຫານະໂຍບາຍສັງຄົມ”. ບົດລາຍງານ ແລະ ບັນດາບົດທາບທາມຄວາມເຫັນທີ່ກອງປະຊຸມ ໄດ້ສະແດງໃຫ້ເຫັນໝາກຜົນແຫ່ງການປະຕິບັດບັນດານະໂຍບາຍສັງຄົມ 10 ປີຜ່ານມາ ບັນລຸໄດ້ຫຼາຍຜົນສຳເລັດສຳຄັນ. ຫວຽດນາມ ຫັນຈາກກຸ່ມປານກາງ ຂຶ້ນເປັນກຸ່ມ “ບັນດາປະເທດພັດທະນາມະນຸດສູງ”, ຍື່ນອັນດັບ 117/ ໃຈຳນວນ189 ປະເທດ. ນະໂຍບາຍສັງຄົມໄດ້ສະແດງຮອບດ້ານ, ປະຈຸບັນ, ທົ່ວປະເທດມີຜູ້ມີຄຸນງາມຄວາມດີກ່ວາ 1,2 ລ້ານຄົນ ພວມໄດ້ຮັບລະບອບບຸລິມະສິດໃນແຕ່ລະເດືອນ. ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ກອງປະຊຸມໄດ້ຍົກອອກບັນດາຂໍ້ສະເໜີແນະ, ໃນນັ້ນ ເນັ້ນໜັກເລື່ອງສ້າງ ແລະ ປະຕິບັດນະໂຍບາຍສັງຄົມແບບກວມລວມ, ຮອບດ້ານ, ຍືນຍົງ; ຮັບປະກັນຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ; ຮັບປະກັນກາລະໂອກາດສຳຜັດຍຸຕິທຳກ່ຽວກັບການບໍລິການສັງຄົມພື້ນຖານ, ຈຳເປັນໃຫ້ແກ່ບັນດາປະຊາຊົນທຸກຊັ້ນຄົນ, ບັນດາກຸ່ມໃນສັງຄົມ.

 


top