ຂ່າວສານ

ກອງປະຊຸມທາງອອນລາຍຄະນະກຳມະການຮ່ວມມື ຫວຽດນາມ - ລາວ: ການຮ່ວມມືຮອບດ້ານ ຫວຽດນາມ - ລາວສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາ

      ເພື່ອປະຕິບັດແຜນການຮ່ວມມືລະຫ່ວາງ ສອງປະເທດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນຊຸມເດືອນທ້າຍປີ 2020, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະເພີ່ມທະວີການສົມທົບກັນ, ແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງຕິດຂັດທີ່ເກີດຂຶ້ນໃນການພົວພັນລະຫວ່າງ ສອງປະເທດບົນເນື້ອໃນຈິດໃຈການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວຢ່າງທັນການ.
            ເຖິງວ່າ ໂລກລະບາດ Covid – 19 ເຮັດໃຫ້ຫຼາຍການເຄື່ອນໄຫວທາງການທູດທີ່ສຳຄັນລະຫວ່າງ ສອງປະເທດຖືກຍົກເລີກ, ໂຈະໄວ້ກໍ່ຕາມ ແຕ່ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຍັງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງດີງາມ. ນີ້ແມ່ນຄຳຢັ້ງຢືນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກາງສະໄໝຂອງ ສອງຄະນະກຳມະການຮ່ວມມືຫວຽດນາມ - ລາວ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 7 ສິງຫາ ຕາມຮູບການທາງອອນລາຍ. ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ຕີລາຄາສະພາບການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ - ລາວໃນຊຸມເດືອນຕົ້ນປີ 2020 ແລະ ສ້າງທິດທາງ, ຊຸກຍູ້ການຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ 2020 ເພື່ອແນໃສ່ສ້າງທ່ວງທ່າການຜັນຂະຫຍາຍແຜນການຮ່ວມມືປີ 2021 ຢ່າງມີປະສິດທິຜົນ ແລະ ແຜນການ 5 ປີ 2021 – 2025.
            ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ:
            ເຖິງວ່າ ສະພາບການໂລກລະບາດ Covid – 19 ໃນໂລກພວມມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ໃນປີນີ້ນາຍົກລັດຖະມົນຕີ 2 ທ່ານ ກໍ່ໄດ້ມີການພົບປະກັນ 2 ຄັ້ງແລ້ວ, ທັງມີການຢ້ຽມຢາມຖາມຂ່າວ ແລະ ທັງມີການພົບປະກັນໂດຍສະເພາະເພື່ອແກ້ໄຂບັນດາບັນຫາໃນການພົວພັນລະຫວ່າງສອງປະເທດ. ນີ້ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນຂົງເຂດປ້ອງກັນປະເທດກໍ່ເຊັ່ນດຽວກັນ, ໃນສະພາບການເກີດໂລກລະບາດມີຄວາມຫຍຸ້ງຍາກ, ແຕ່ຢູ່ເສັ້ນຊາຍແດນລະຫວ່າງສອງປະເທດຍັງມີສັນຕິພາບ ແລະ ສະຖຽນລະພາບທີ່ສຸດ.
            ເພື່ອປະຕິບັດແຜນການຮ່ວມມືລະຫ່ວາງ ສອງປະເທດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນຊຸມເດືອນທ້າຍປີ 2020, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະເພີ່ມທະວີການສົມທົບກັນ, ແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງຕິດຂັດທີ່ເກີດຂຶ້ນໃນການພົວພັນລະຫວ່າງ ສອງປະເທດບົນເນື້ອໃນຈິດໃຈການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວຢ່າງທັນການ.
(ແຫຼ່ງຄັດຈາກ VOV)


top